ວັນເສົາ 16, ເດືອນມີນາ, 2024

ບົດຄວາມ

ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ແຊງບໍລິສັດຜະລິດໄຟຟ້າລາວ ກ້າວເປັນບໍລິສັດມະຫາຊົນໃຫຍ່ອັນດັບ 1 ໃນປະເທດລາວ

ຮຸ້ນບໍລິສັດລາວອາຊຽນເຊົ່າສິນເຊຶ່ອ (lalco) ຍັງພຸ່ງແຮງຢ່າງຕໍ່ເນື່ອງ ໂດຍລາຄາປະຈຸບັນຢູ່ທີ່ 13,500 ກີບ/ຮຸ້ນ ສົ່ງຜົນໃຫ້ບໍລິສັດມີມູນຄ່າຢູ່ທີ່ 4,070,250 ລ້ານກີບ ໃນຂະນະດຽວກັນ ບໍລິສັດຜະລິດໄຟຟ້າລາວ (edl-gen) ລາຄາຮຸ້ນຢູ່ທີ່ 2,350 ກີບ/ຮຸ້ນ ເຮັດບໍລິສັດມີມູນຄ່າບໍລິສັດຢູ່ທີ່ 3,946,363 ລ້ານກີບ ຈາກຕົວເລກດັ່ງກ່າວເຮັດໃຫ້ບໍລິສັດລາວອາຊຽນເຊົ່າສິນເຊື່ອ ກ້າວຂື້ນເປັນບໍລິສັດມະຫາຊົນທີ່ໃຫຍ່ທີ່ສຸດໃນປະຈຸບັນ...

Read more

ກົດແຊຣ໌ ດວງລາຍວັນປະຈຳວັນທີ 22 ກັນຍາ 2022 ການງານ ການເງິນ ຄວາມຮັກ

ຄົນເກີດວັນອາທິດ:ການ​ງານຈະ​ພົບ​ຫຸ້ນ​ສ່ວນ​ທີ່​ດີ​ຮ່ວມ​ຫຸ້ນ​ທາງ​ທຸລະກິດເຂົ້າມາຮ່ວມວຽກງານນໍາ ການ​ເງິນ​ຈະໄດ້ເງິນ​ກ້ອນ​ໃຫຍ່​ຈາກ​ການເຮັດ​ທຸລະກິດ ຄວາມ​ຮັກເກີດ​ຄວາມ​ຮູ້ສຶກ​ຄຽດ​ເລື່ອງ​ຄວາມ​ສຳພັນຕ້ອງລະວັງຄໍາເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​5 ຄົນເກີດວັນຈັນ:ການ​ງານຈະ​ພົບ​ການ​ຍົກຍ້າຍການ​ປ່ຽນ​ແປງ​ໄດ້ວຽກ​ງານ​ທີ່​ໃໝ່ ການ​ເງິນ​ຊ່ວງ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນຈະເປັນການດີ ຄວາມ​ຮັກ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ທ່ານ​ ແຕ່ລາວຈະ​ນຳ​ຄວາມ​ສຸກ​ມາສູ່​ທ່ານ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານ​ມີ​ຂ່າວ​ດີ​ອາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງຂອງວຽກງານທີ່ທ່ານໄດ້ຮັບຜິດຊອບ ການ​ເງິນ ທ່ານຈະເສຍ​ເງິນ​ຊື້​ເຟີນິເຈີ​ໃໝ່ເຂົ້າມາເຮັດໃຫ້ທ່ານອາດມີລາຍຈ່າຍເພີ່ມຂື້ນ ຄວາມ​ຮັກເກີດ​ບັນຫາ​ດ້ານ​ຄວາມ​ສຳພັນ ເພາະທ່ານທັງສອງບໍ່ມີເວລາໃຫ້ກັນເລີຍ ເຄື່ອງມຸງຄຸນ​ໄຂ່ມຸກ...

Read more

ແດ່ ອິນແຕ່ງ ແກ້ວບົວລາ ຜູ້ເປັນດາວປະດັບຟ້າ(ປະຫວັດ)

ອິນແຕ່ງ ແກ້ວບົວລາ ຫລື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ. ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ. ອິນແຕ່ງ ຈິ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ. ທຸກຄັ້ງທີ່ລົດມາຮັບເອົາພໍ່ໄປລຳ ນາງກໍ່ຈະແອ່ວຕິດສ້ອຍຫ້ອຍຕາມໄປນຳສະເໝີ ເພາະຄວາມຢາກຮູ້ຢາກເຫັນ. ຕອນຮຽນຢູ່ຊັ້ນປະຖົມ ສາວຄູຢາກໃຫ້ອິນແຕ່ງເປັນຕົວແທນຂອງໂຮງຮຽນໄປແຂ່ງລຳ...

Read more

ເມື່ອຄົນລາວເຮົາພາກັນນໍາໃຊ້ຜະລິດຕະພັນພາຍໃນ ຈະເກີດຫຍັງຂຶ້ນ?

ທ່ານເຄີຍສົງໄສບໍ່ ເມືື່ອເຮົານໍາໃຊ້ສິນຄ້າພາຍໃນປະເທດຫຼາຍຂຶ້ນ ຈະເກີດຫຍັງຂຶ້ນ ເເລະ ມີຜົນດີເເນວໃດ? ເປັນຫຍັງເຮົາຄວນໃຊ້ຜະລິດຕະພັນພາຍໃນ? ວ່າຖ້າເຮົານໍາໃຊ້ຜະລິດຕະພັນພາຍໃນເເລ້ວຈະເກີດຫຍັງຂຶ້ນ!!! +ນີ້ກໍຄືສິ່ງທີ່ຈະເກີດຂຶ້ນເມື່ອເຮົາຫັນມາໃຊ້ສິນຄ້າພາຍໃນ: 1. ສິນຄ້າຈະມີຄຸນນະພາບຂຶ້ນ ການທີ່ເຮົານໍາໃຊ້ສິນຄ້າພາຍໃນມັນກ່ຽວຂ້ອງເເນວໃດກັບສິນຄ້າມີຄຸນນະພາບ? +ການທີ່ສິນຄ້າຈະມີຄຸນນະພາບມັນກ່ຽວຂ້ອງຍ້ອນວ່າ ເມື່ອເຮົານໍາໃຊ້ສິນຄ້າ ລາຍໄດ້ຂອງບໍລິສັດ (ເຈົ້າຂອງທຸລະກິດ) ກໍຈະເພີ່ມຂຶ້ນ. ເມື່ອລາຍໄດ້ເພີ່ມຂຶ້ນກໍຈະເຮັດໃຫ້ເກີດການພັດທະນາຜະລິດຕະພັນໃຫ້ມີຄຸນນະພາບຂຶ້ນເພື່ອຕອບໂຈດລູກຄ້າ. 2. ການລົງທຶນ ການລົງທຶນກໍຄື...

Read more

ຕຳນານທີທ່ານຍັງບໍ່ຮູ້ ຕົ້ນໄມ້ມະນີໂຄດ ຕົ້ນໄມ້ສັກສິດຂອງເມືອງລາວ

ຕົ້ນໄມ້ມະນີໂຄດ ຫຼື ຕົ້ນແກ້ວມະນີໂຄດ ທີ່ເຊື່ອກັນວ່າເປັນຕົ້ນໄມ້ຕົ້ນດຽວໃນໂລກທີ່ເຕີບໃຫຍ່ທ່າມກາງນຳນານຫຼວງຫຼາຍຢູ່ເທິງໂງ່ນຫີນທີ່ຄ້າຍຄືເກາະນ້ອຍໆ ທີ່ກ່າວໄວ້ວ່າບໍ່ເຄີຍມີຜູໃດໄປເຖິງກາງນ້ຳຕົກຄອນພະເພັງ ເຊິ່ງຖືວ່າເປັນນ້ຳຕົກທີ່ໃຫຍ່ທີ່ສຸດໃນອາຊຽນ ແລະ ຖືຮຽນຂານວ່າເປັນໄນແອງກາຣາແຫ່ງອາຊີ ດ້ວຍຄວາມກ້ວາງກ່ວາ 1 ກິໂລແມັດ ແລະ ສູງກວ່າ 15 ແມັດ ກາງແມ່ນ້ຳຂອງ ສາວນ້ຳທີ່ຍາວທີ່ສຸດໃນອານາເຂດທາງພາກໃຕ້ຂອງລາວ ຕິດແຄມຊາຍແດນກຳປູເຈ້ຍ ມີຊາວບ້ານບາງສ່ວນເອີ້ນຕົ້ນໄມ້ມະນີໂຄດນີ້ວ່າ “ຕົ້ນຊີ້ຕາຍປາຍຊີ້ເປັນ”...

Read more

ຄຸ້ມຄ່າກັບການເສຍເວລາ 5 ນາທີ ອ່ານສາລະດີໆ

ຜົວເມຍຊາວນາທີ່ຍາກຈົນຄູ່ໜື່ງຫາກໍ່ເເຕ່ງງານໃໝ່ໆຍັງບໍ່ຮອດເດືອນເເລ້ວຜົວບອກເມຍວ່າ: ອ້າຍຈະອອກຈາກບ້ານໄປ ເເລະ ຈະເດີນທາງໄປໄກ ເພື່ອຊອກວຽກງານດີໆເຮັດເພື່ອໃຫ້ອະນາຄົດຂອງພວກເຮົາດີຂື້ນກວ່າຕອນນີ້, ອ້າຍບໍ່ຮູ້ວ່າຈະໄປດົນປານໃດຈື່ງຈະໄດ້ກັບມາ ເເຕ່ອ້າຍຂໍໃຫ້ນ້ອງລໍຖ້າອ້າຍ ເເລະ ຢ່ານອກໃຈອ້າຍ ສ່ວນອ້າຍກໍ່ຈະບໍ່ນອກໃຈນ້ອງເຊັ່ນກັນ. ເມຍກໍ່ຕອບວ່າໄປວ່າ ນ້ອງສັນຍາວ່ານ້ອງຈະຊື່ສັດ ເເລະ ລໍຖ້າຈົນກວ່າອ້າຍກັບມາ. ມື້ຕໍ່ມາຜົວກໍ່ອອກເດີນໄປຫຼາຍມື້ຫຼາຍວັນເເລ້ວກໍ່ມີເສດຖີຄົນໜື່ງຮັບລາວເຮັດວຽກ. ເເຕ່ກ່ອນຈະເຮັດວຽກນໍາເສດຖີລາວໄດ້ເວົ້າກັບເສດຖີວ່າ: ຂໍໃຫ້ທ່ານຮັບຂ້າພະເຈົ້າເຮັດນໍາທ່ານຈົນກວ່າຂ້າພະເຈົ້າຄິດວ່າພໍເລ້ວ ເເລະ ຂໍໃຫ້ທ່ານຊ່ວຍຮັກສາເງີນເດືອນທຸກໆເດືອນຂອງຂ້າພະເຈົ້າຈົນກວ່າຂ້າພະເຈົ້າຈະຕັດສິນໃຈລາອອກ. ເສດຖີກໍ່ຕົກລົງຕາມຂໍ້ສະເໝີ...

Read more

ຜູ້ຊາຍຄວນອ່ານ! ເຄັດລັບເລືອກແມ່ຂອງລູກ

ຫຼາຍຄົນອາດຄິດວ່າ ສຳລັບຜູ້ຊາຍການເລືອກຄູ່ໜ້າຈະເປັນເລື່ອງຍາກເລື່ອງຊາ ເພາະເປັນຝ່າຍເລີ່ມຕົ້ນ, ເປັນຝ່າຍເລືອກ ແລະເປັນຝ່າຍຂໍແຕ່ງງານ. ຜູ້ຊາຍບໍ່ມີຄຳວ່າ “ຂຶ້ນຄານ” ອາຍຸ 40ປີຖ້າຍັງບໍ່ມີຄອບຄົວ ຫຼາຍສຸດກໍຖືກກ່າວຫາວ່າເປັນພວກຮັກຮ່ວມເພດ ແຕ່ເລື່ອງແບບນີ້ມັນກໍພິສູດກັນໄດ້ (ແມ່ນບໍ່!!!!) ເຖິງວ່າຜູ້ຊາຍຈະເປັນຝ່າຍໄດ້ປຽບໃນເລື່ອງນີ້ ແຕ່ຄວາມຈິງການເລືອກຄູ່ສຳລັບຜູ້ຊາຍກໍມີໂອກາດຜິດພາດບໍ່ຕ່າງຈາກຜູ້ຍິງເລີຍ. ແຕ່ກໍມີວິທີການສັງເກດທີ່ຫຼຸດຜ່ອນຄວາມສ່ຽງຕໍ່ການຜິດພາດດັ່ງກ່າວໄດ້ແກ່: ເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກເມຍໄດ້: ຈຸດອ່ອນຂອງຜູ້ຊາຍສ່ວນຫຼວງຫຼາຍຄືເລືອກບໍ່ເປັນ, ເລືອກໂດຍໃຊ້ອາລົມເປັນຫຼັກ, ໃຈຮ້ອນ,...

Read more

ຮ່ວມລະລຶກເຖິງບຸນຄຸນ ທ່ານ ສຸພານຸວົງ ປະທານປະເທດຄົນທຳອິດ ຂອງ ສປປ ລາວ ເຊິ່ງໄດ້ຮູ້ຈັກໃນນາມເຈົ້າຊາຍແດງຂອງປະເທດລາວ

ປະທານສຸພານຸວົງເກີດເມື່ອ ວັນທີ 13 ກໍລະກົດ 1909 ທີ່ນະຄອນ-ຫຼວງພະບາງ, ເມືອງແຫ່ງວັດທະນະທຳຂອງລ້ານຊ້າງ, ເພີ່ນກຳເນີດໃນເຊື້ອລາດຊະວົງ ຫຼັງຈາກຮຽນຈົບປະຖົມສົມບູນແລ້ວໃນປີ 1920 ເພີ່ນໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ”ທີ່ຮ່າໂນ້ຍປະເທດຫວຽດນາມ, ເພີ່ນໄດ້ຕັ້ງໃຈຮໍ່າຮຽນຫຼາຍວິຊາ ແລະຫຼາຍພາສາອີກດ້ວຍ, ເມື່ອມາຮອດປີ 1930 ເພີ່ນໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ເພີ່ນຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນຢູ່ປາຣີ, ເພີ່ນຮຽນໄດ້ດີ...

Read more

ຢ່າປະມາດເດັດຂາດ ວິທີປ້ອງກັນພະຍາດໄຂ້ເລືອດອອກ ໃນຍາມລະດູຝົນ

ພະຍາດໄຂ້ເລືອດອອກ, ໄຂ້ຍຸງໄດ້ແຜ່ລະບາດຫຼາຍ ພົບຜູ້ຕິດເຊື້ອ ແລະ ເສຍຊີວິດມາຈຳນວນບໍ່ໜ້ອຍໃນແຕ່ລະປີ ພະຍາດໄຂ້ເລືອດອອກ ແມ່ນພະຍາດຕິດຕໍ່ ທີ່ອັນຕະລາຍຊະນິດໝຶ່ງ ເກີດຈາກການແຜ່ເຊື້ອຂອງຍຸງລາຍ. ພະ ຍາດຊະນິດນີ້ ມັກເກີດໃນຊ່ວງລະດູຝົນຢູ່ເຂດທີ່ມີສະພາບແວດລ້ອມທີ່ບໍ່ສະອາດ, ມີບໍ່ນ້ຳຄ້າງຫຼາຍ ແລະ ປ່າໄມ້ຕຶບໜາ. ໄຂ້ເລືອດອອກແບ່ງອອກເປັນ 3 ປະເພດຄື: - ໄຂ້ເລືອດອອກທຳມະດາ...

Read more

ຊຶ້ງກິນໃຈ ຢາກໃຫ້ອ່ານ! ຄວາມຮັກຂອງຄູ່ຮ່ວມຊີວິດການນໍາ ບົດບັນທຶກ ໄຫວ້ອາໄລ ຈາກພັນລະຍາ ຂອງທ່ານ ຊິນໂຊ ອາເບະ

ທ່ານອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ຜູ້ເປັນວິລະບູລູດທີ່ຮັກຊາດ ເຮັດທຸກຢ່າງເພື່ອປະເທດຊາດຢ່າງແທ້ຈິງ. ດ້ານຄອບຄົວຂອງທ່ານອາເບະ ບໍ່ມີລູກນໍາກັນ ແຕ່ວ່າຄອງຮັກກັນຈົນມີຊື່ສຽງໂດ່ງດັງວ່າເປັນຄູ່ສ້າງຄູ່ສົມທີ່ຮັກກັນທີ່ສຸດຄູ່ໜຶ່ງໃນວົງການເມືອງ. ສຶກສາບົດບັນທຶກແຫ່ງ ຄວາມໄຫວ້ອາໄລນາງ Akie Abe ພັນລະຍາ ຂອງອະດິດນາຍົກລັດຖະມົນຕີຍີ່ປຸ່ນ, ເຊີ່ງວັນນີ້ 12 ກໍລະກົດ 2022 ໄດ້ກຳນົດພິທີຊາປະນະກິດສົບທ່ານ ຊິນໂຊ...

Read more
Page 1 of 8 1 2 8

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...