ທ່ານອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ຜູ້ເປັນວິລະບູລູດທີ່ຮັກຊາດ ເຮັດທຸກຢ່າງເພື່ອປະເທດຊາດຢ່າງແທ້ຈິງ. ດ້ານຄອບຄົວຂອງທ່ານອາເບະ ບໍ່ມີລູກນໍາກັນ ແຕ່ວ່າຄອງຮັກກັນຈົນມີຊື່ສຽງໂດ່ງດັງວ່າເປັນຄູ່ສ້າງຄູ່ສົມທີ່ຮັກກັນທີ່ສຸດຄູ່ໜຶ່ງໃນວົງການເມືອງ.
![](https://kkklao.com/wp-content/uploads/2022/07/6-2-1024x801.jpg)
ສຶກສາບົດບັນທຶກແຫ່ງ ຄວາມໄຫວ້ອາໄລນາງ Akie Abe ພັນລະຍາ ຂອງອະດິດນາຍົກລັດຖະມົນຕີຍີ່ປຸ່ນ, ເຊີ່ງວັນນີ້ 12 ກໍລະກົດ 2022 ໄດ້ກຳນົດພິທີຊາປະນະກິດສົບທ່ານ ຊິນໂຊ ອາເບະ, ຈັດພິທີຢູ່ບ້ານເກີດ ເຂດຊິບູຍະ ນະຄອນໂຕກຽວ ປະເທດຍີ່ປຸ່ນ.
![](https://kkklao.com/wp-content/uploads/2022/07/6-1024x689.png)
Shinzo ທີ່ຮັກ, ໃນທີ່ສຸດແລ້ວ ອ້າຍກໍດ່ວນຈາກໄປ ໂດຍບໍ່ໄດ້ກ່າວຄໍາອໍາລານ້ອງຈັກຄວາມ ເຊີ່ງໃນຕອນເຊົ້າຂອງວັນນັ້ນ ອ້າຍຕື່ນຂຶ້ນມາ ກິນອາຫານເຊົ້າເໝືອນທຸກໆວັນ ມີເຂົ້າປັ້ນບໍ່ເທົ່າໃດປ່ຽງ ແລະ ຫມາກແຕງ ດັ່ງທີ່ນ້ອງເຄີຍເຮັດໃຫ້ກິນ ແລ້ວກ່າວອໍາລານ້ອງ.
![](https://kkklao.com/wp-content/uploads/2022/07/663.png)
ກ່ອນການອອກຈາກບ້ານ, ນ້ອງຕອບຄຳລາອ້າຍວ່າ ອ້າຍບໍ່ໄດ້ມີຫນ້າທີ່ອັນໃດໃນລັດຖະບານແລ້ວ, ພວກເຮົາເປັນພຽງສະມາຊິກຂອງອົງກອນ ແຕ່ອ້າຍໄດ້ໄປທຸກຫົນແຫ່ງ ເພື່ອຫາສຽງສະຫນັບສະຫນູນ, ນ້ອງຮູ້ວ່າອ້າຍຍັງຄົງຕາມຫາຈຸດຫມາຍປາຍທາງ ທີ່ອ້າຍວາງໄວ້ທີ່ເຮັດຍັງບໍ່ແລ້ວ ແລະນ້ອງຈື່ໄດ້ຄໍາເວົ້າຂອງອ້າຍ “ການປັບປຸງດັດແກ້ນັ້ນ, ບໍ່ພຽງແຕ່ກົ້ມຫົວຄໍານັບໃຫ້ກັບທຸກຄົນຢ່າງດຽວ ພວກເຮົາຕ້ອງພະຍາຍາມນໍາເອົາຄວາມເຂັ້ມແຂງຂອງຍີ່ປຸ່ນກັບຄືນມາ, ແຕ່ບໍ່ແມ່ນແບບຕ້ອງກໍສົງຄາມ ເພື່ອເປີດກວ້າງດິນແດນ ດັ່ງຄົນຮຸ່ນກ່ອນເຮັດ”.
ນ້ອງໄດ້ຮັບຂ່າວອ້າຍຖືກຍິງ ຫົວໃຈຢຸດເຕັ້ນ,ນ້ອງຟ້າວເດີນທາງ,ນ້ອງໄດ້ເອົາເຄື່ອງນຸ່ງ ຊຸດທີ່ດີທີ່ອ້າຍມັກນຸ່ງ ນ້ອງຈະປ່ຽນໃຫ້ອ້າຍ ເພາະຊຸດອ້າຍໃສ່ຢູ່ນັ້ນມັນເປື້ອນເລືອດແລ້ວ,ຖ້າໂຊກບໍ່ດີອ້າຍຕ້ອງຈາກໄປ ອ້າຍກໍ່ຍັງຄົງເຫມືອນເດີມ ສ່ອງແສງສະຫວ່າງໄສ ເລິກເຊິ່ງ.
![](https://kkklao.com/wp-content/uploads/2022/07/66-3.jpg)
ເສັ້ນທາງທີ່ເດີນທາງໄປຫາອ້າຍ, ຕ້ອງໃຊ້ເວລາ 04 ຊົ່ວໂມງ ແລະ ນ້ອງໄດ້ແຕ່ພາວະນາໃຫ້ອ້າຍປອດໄພ,ເມື່ອນ້ອງໄປເຖິງແລ້ວ ອ້າຍຈະມືນຕາຫລຽວເບິ່ງນ້ອງ ແລະເວົ້າຄ່ອຍໆວ່າ: “ເຫັນບໍອ້າຍຍັງຢູ່ ນ້ອງບໍ່ຕ້ອງເປັນຫ່ວງດອກ ເບິ່ງຄືວ່າອ້າຍລໍຖ້ານ້ອງມາເຖິງ ແຕ່ອ້າຍໄດ້ຈາກນ້ອງໄປກ່ອນ 03 ນາທີ, ບັນດາທ່ານຫມໍໄດ້ແຈ້ງໃຫ້ນ້ອງຊາບ ກ່ອນຈະແຈ້ງຂ່າວເປັນທາງການ ເປັນຫຍັງນໍກັບຕົວນ້ອງ ຂ່າວດີ ແລະ ຂ່າວຮ້າຍ ຈິ່ງບອບບາງຫ່າງໄກກັນແທ້! ອ້າຍໄດ້ຈາກໄປໄກ ບໍ່ກັບຄືນມາອີກແລ້ວ.
![](https://kkklao.com/wp-content/uploads/2022/07/99-1024x576.jpg)
ມື້ນີ້,ນ້ອງໄດ້ພາອ້າຍກັບຄືນເມືອເຮືອນ ບ່ອນຜົວເມຍພວກເຮົາໄດ້ສ້າງຂຶ້ນຫລາຍສິບປີ ເປັນບ່ອນທີ່ພວກເຮົາຮ່ວມສຸກຮ່ວມທຸກນໍາກັນ,ເອົາແຫລະ ພວກເຮົາຈະລົມກັນອີກຫລາຍເລື່ອງຢູ່ໃນໃຈ,ດຽວນີ້ອ້າຍຈົ່ງຟັງນ້ອງເວົ້າ “ນ້ອງຮັກອ້າຍຕະຫຼອດໄປ ແລະ ຈະຕະຫຼອດໄປ”
![](https://kkklao.com/wp-content/uploads/2022/07/888.jpg)
ທີ່ມາ: Sourioudong Sundara
Discussion about this post