ເຈົ້າໜ້າທີ່ ໄດ້ວິສາມັນຄົນຮ້າຍທີ່ກໍ່ເຫດປຸ້ນທະນາຄານພັດທະນາລາວ ສາຂາ ເມືອງນານ ແຂວງຫຼວງພະບາງ, ໂດຍຄົນຮ້າຍໄດ້ເອົາປືນຂອງເຈົ້າໜ້າທີ່ຈີ້ເອົາລົດປະຊາຊົນ ແລະ ຍິງໄປທົ່ວທີບ ຈົນມີໄດ້ຮັບບາດເຈັບ; ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 19:00 ໂມງ ຂອງວັນທີ 6 ກຸມພາ 2023.

ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄືນເກີດເຫດໄດ້ມີຄົນຮ້າຍເພດຊາຍ ຈໍານວນ 1 ຄົນ ເຂົ້າມາປຸ້ນທະນາຄານ ໂດຍໄດ້ທັບແກ້ວທະນາຄານແຕກແລ້ວເຂົ້າໄປຫ້ອງການ ຍ່າງເຂົ້າໄປຫ້ອງນອນຂອງເຈົ້າໜ້າທີ່ຕໍາຫຼວດຈັບເອົາຈັບປືນ AK ຈໍານວນ 1 ກະບອກ ມີລູກປືນ 30 ລູກ ໃນເວລານັ້ນເຈົ້າໜ້າທີ່ ກໍາລັງກິນເຂົ້າຢູ່ໃນເຮືອນຄົວ; ພໍເຫັນຄົນຮ້າຍເຈົ້າໜ້າທີ່ຮີບເຂົ້າເພື່ອຄອບຄຸມຕົວ ຜູ້ກໍ່ເຫດໄດ້ໃຊ້ປືນນາບຂູ່ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຊຸດປະຈໍາຢູ່ທະນາຄານດັ່ງກ່າວ ຈຶ່ງໄດ້ປະສານ ຫາກອງບັນຊາການ ປກສ ເມືອງເພື່ອສະກັດຜູ້ກໍ່ເຫດ.

ຕໍ່ມາຄົນຮ້າຍ ໄດ້ຂຶ້ນໄປຊັ້ນເທິງຂອງທະນາຄານ ພ້ອມທັງເລາະໄຂປະຕູແຕ່ລະຫ້ອງ ໃນເມື່ອໄຂບໍ່ໄດ້ກໍລົງມາຊັ້ນລຸ່ມ ແລະ ໃຊ້ທ້າຍປືນທັບປະຕູແກ້ວເອົາລົດຈັກ ຂອງທະນາຄານຂັບຂີ່ອອກໄປທາງທິດໃຕ້; ພໍໄປຮອດ ຮ້ານຂາຍເຄັກ ຄົນຮ້າຍໄດ້ນໍາໃຊ້ປືນຈີ້ເອົາລົດກະບະຂອງປະຊາຊົນທີ່ມາຊື້ເຄັກ ຂັບຂີ່ໄປທາງຕະຫຼາດເມືອງນານ ແລ້ວມາຈອດຢູ່ໜ້າຮ້ານຂາຍໂທລະສັບ ເຂດບ້ານປ່າໄຜ່ ຄົນຮ້າຍໄດ້ໃຊ້ທ້າຍປືນທັບຕູ້ແກ້ວ ເອົາໂທລະສັບ1 ໜ່ວຍແລ້ວ ຂັບລົດໜີໄປທາງ ແຂວງໄຊຍະບູລີ. ຈາກນັ້ນ ເຈົ້າໜ້າທີ່ກໍໄດ້ໄລ່ຕິດຕາມຄົນຮ້າຍ ພໍໄປຮອດແຂວງໄຊຍະບູລີ ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານ ປະຈຳຢູ່ດ້ານໄດ້ຍິງສະກັດລົດໄວ້, ແຕ່ຄົນຮ້າຍບໍ່ຍອມຈອດ ຍັງຂັບຂີ່ລົດໄປທາງ ບ້ານນາແລ້ງຫຼວງ ຫາ ບ້ານນາຍາວເຈົ້າໜ້າທີ່ໄລ່ຕິດຕາມພໍໄປຮອດທົ່ງນາເມື່ອເຫັນວ່າປອດໄພບໍ່ມີປະຊາຊົນເຈົ້າໜ້າທີ່ໄດ້ຍິງຕໍ່ສູ້ກັບຄົນຮ້າຍ ແລະ ໃນຂະນະນັ້ນ ຄົນຮ້າຍກໍໄດ້ນຳໃຊ້ອາວຸດ ຍິງຕອບໂຕ້ເຈົ້າໜ້າທີ່ ຈົນໄດ້ຮັບບາດເຈັບ 4 ສະຫາຍ; ຄົນຮ້າຍກໍຖືກຍິງເສຍຊີວິດ ຄາລົດ.

ຕໍ່ກັບເຫກການດັ່ງກ່າວ, ໄດ້ມີຜູ້ໄດ້ຮັບບາດເຈັບ ຈໍານວນ 6 ຄົນ ໃນນີ້ ມີເຈົ້າໜ້າທີ່ຕໍາຫຼວດ 4 ສະຫາຍ ແລະ ປະຊາຊົນ 2 ຄົນ, ສໍາລັບຜູ້ກໍ່ເຫດແມ່ນເປັນຄົນລາວ ມີການຊໍານານໃນການຂັບລົດ ແລະ ໃຊ້ປືນພໍສົມຄວນ, ຍັງບໍ່ຮູ້ຊື່ ແລະ ມາຈາກໃສ ເພາະບໍ່ມີເອກະສານຕິດຕົວ; ຕໍ່ກັບຜູ້ທີ່ໄດ້ຮັບບາດເຈັບ ແມ່ນໄດ້ນໍາສົ່ງ ປິ່ນປົວຢູ່ໂຮງໝໍ ມາຮອດປັດຈຸບັນ ແມ່ນມີຄວາມປອດໄພແລ້ວ.



ຂ່າວ: ບຸນຖິນ