ຮຸ້ນບໍລິສັດລາວອາຊຽນເຊົ່າສິນເຊຶ່ອ (lalco) ຍັງພຸ່ງແຮງຢ່າງຕໍ່ເນື່ອງ ໂດຍລາຄາປະຈຸບັນຢູ່ທີ່ 13,500 ກີບ/ຮຸ້ນ ສົ່ງຜົນໃຫ້ບໍລິສັດມີມູນຄ່າຢູ່ທີ່ 4,070,250 ລ້ານກີບ ໃນຂະນະດຽວກັນ ບໍລິສັດຜະລິດໄຟຟ້າລາວ (edl-gen) ລາຄາຮຸ້ນຢູ່ທີ່ 2,350 ກີບ/ຮຸ້ນ ເຮັດບໍລິສັດມີມູນຄ່າບໍລິສັດຢູ່ທີ່ 3,946,363 ລ້ານກີບ ຈາກຕົວເລກດັ່ງກ່າວເຮັດໃຫ້ບໍລິສັດລາວອາຊຽນເຊົ່າສິນເຊື່ອ ກ້າວຂື້ນເປັນບໍລິສັດມະຫາຊົນທີ່ໃຫຍ່ທີ່ສຸດໃນປະຈຸບັນ
ຫຼັງຈາກບໍລິສັດ lalco ປະກາດຈ່າຍເງິນປັນຜົນຄັ້ງອິດ ແລະ ປະກາດຜົນການດຳເນີນງານໄຕມາດສອງອອກມາດີເກີນຄາດ ເຮັດໃຫ້ລາຄາຮຸ້ນບໍລິສັດພຸ່ງຂື້ນເຖີງ 400% ພາຍໃນເວລາ 2 ເດືອນເທົ່ານັ້ນ ຈາກລາຄາ 2,700 ກີບ/ຮຸ້ນ ຈົນແຕະລະດັບປະຈຸບັນຄື 13,500 ກີບ/ຮຸ້ນ
ກໍ່ຕ້ອງຕິດຕາມຕໍ່ໄປວ່າລາຄາຈະ go to the moon ອີກຕໍ່ເລື່ອຍໆໄດ້ອີກເທົ່າໃດ ແລະທີ່ສຳຄັນໃຜຈະລົງທຶນກໍ່ຕ້ອງໄດ້ວິເຄາະດີໆກ່ອນການລົງທຶນ
ຂໍ້ມູນຈາກ: Lsx