ພະຍາດໄຂ້ເລືອດອອກ, ໄຂ້ຍຸງໄດ້ແຜ່ລະບາດຫຼາຍ ພົບຜູ້ຕິດເຊື້ອ ແລະ ເສຍຊີວິດມາຈຳນວນບໍ່ໜ້ອຍໃນແຕ່ລະປີ ພະຍາດໄຂ້ເລືອດອອກ ແມ່ນພະຍາດຕິດຕໍ່ ທີ່ອັນຕະລາຍຊະນິດໝຶ່ງ ເກີດຈາກການແຜ່ເຊື້ອຂອງຍຸງລາຍ. ພະ ຍາດຊະນິດນີ້ ມັກເກີດໃນຊ່ວງລະດູຝົນຢູ່ເຂດທີ່ມີສະພາບແວດລ້ອມທີ່ບໍ່ສະອາດ, ມີບໍ່ນ້ຳຄ້າງຫຼາຍ ແລະ ປ່າໄມ້ຕຶບໜາ.
![](https://kkklao.com/wp-content/uploads/2022/07/6-6.jpg)
ໄຂ້ເລືອດອອກແບ່ງອອກເປັນ 3 ປະເພດຄື:
– ໄຂ້ເລືອດອອກທຳມະດາ ( ລະດັບເບົາບາງ), ໄຂ້ເລືອດອອກມີເລືອດໄຫຼ ແລະ ໄຂ້ເລືອດອອກ dengue ( ອາການຊ໋ອກ dengue), ເຊິ່ງອາການຂອງໄຂ້ເລືອດອອກທີ່ສາມາດຮູ້ໄດ້ເບື້ອງຕົ້ນແມ່ນ: ມີໄຂ້ສູງ 40,5 ອົງສາ, ປວດຫົວ, ຈາມ, ເປັນຜື່ນ.
– ໄຂ້ເລືອດອອກລະດັບທຳມະດາແມ່ນຈະມີໄຂ້ສູງ, ເປັນຜື່ນ, ເຈັບຕົນຕົວແລະ ຄໍ່, ສ່ວນໄຂ້ເລືອດອອກປະເພດໜັກແມ່ນຈະມີເລືອດໄຫຼອອກ, ຄວາມດັນເລືອດຫຼຸດລົງຢ່າງກະທັນຫັນ( ຊ໋ອກ) ແລະ ເສຍຊີວິດ.
– ອາການຂອງໄຂ້ເລືອດອອກໃນເດັກນ້ອຍ ເດັກຈະມີ ໄຂ້ສູງ, ປົກກະຕິຈະເຮັດໃຫ້ພໍ່ແມ່ຫຼົງເຊື່ອວ່າລູກເປັນຫວັດ ຫຼື ຕິດເຊື້ອແບັກຄີເຣຍໃນການຫາຍໃຈ. ນອກຈາກນີ້ແລ້ວ ອາດຈະພົບອາການແຊກຊ້ອນອື່ນໆຕື່ນອີກ, ທາງທີ່ດີຫາກລູກທ່ານມີອາການໄຂ້ຄວນໄປປືກສາແພດໝໍ.
![](https://kkklao.com/wp-content/uploads/2022/07/66-4.jpg)
ສໍາລັບວິທີປ້ອງກັນ ຫຼື ປົວຂັ້ນຕົ້ນ ສະເພາະໄຂ້ເລືອດອອກລະດັບເບົາ ທ່ານສາມາດປີ່ນປົວຢູ່ເຮືອນກໍໄດ້, ຄວນກິນນ້ຳໃຫ້ຫຼາຍໆ, ກິນຢາຫຼຸດໄຂ້ ຫຼື ບັນ ເທົາຄວາມເຈັບປວດຕາມຄຳແນະນຳຂອງທ່ານໝໍ. ໃນລະດູຝົນແບບນີ້ ທ່ານຄວນນອນໃນຫ້ອງທີ່ຊຸ່ມຊື່ນ, ສະອາດເພື່ອຫຼີກລ່ຽງບໍ່ໃຫ້ຍຸງເຂົ້າ; ຫຼີກ ລ່ຽງອອກໄປນອກເວລາໃກ້ຈະຄ່ຳ ຫຼື ຍາມແລງ ແລະ ກາງຄືນ ເພາະໃນຊ່ວງນີ້ຈະມີຍຸງຫຼາຍ; ນຸ່ງເຄື່ອງໂສ້ງເສື້ອປິດ, ເມື່ອຕ້ອງໄປເຂດທີ່ມີການແຜ່ເຊື້ອ, ທ່ານຕ້ອງໃສ່ເສື້ອແຂນຍາວ, ໂສ້ງຂາຍາວ ທາຢາໄລ່ຍຸງຢູ່ສ່ວນທີ່ບໍ່ມີເຄື່ອງປິດ, ເຊັ່ນວ່າມື, ຕີນ, ໃບໜ້າແລະ ຄໍ ຍຸງທີ່ນຳເຊື້ອໄວລັດໄຂ້ເລືອດອອກ ແມ່ນອາໄສຢູ່ໃນເຮືອນ ແລະນອກເຮືອນ, ພວກມັນມັກອາໄສຢູ່ຕາມບວກນ້ຳຄ້າງ, ເຊັ່ນ: ໂອ, ຖັງ ແລະອື່ນໆ.
ດັ່ງນັ້ນ, ທ່ານຄວນເຮັດຄວາມສະອາດບໍລິເວນອ້ອມຂ້າງ ເພື່ອບໍ່ໃຫ້ເປັນບ່ອນເພາະພັນຂອງຍຸງລາຍ, ຄວນປີດແອ່ງນ້ຳໃຫ້ແຈບ, ທຳລາຍອຸປະກອນທີ່ອາດຈະມີນ້ຳຝົນຕົກຄ້າງ ( ຕົວຢ່າງເຊັ່ນ: ກົງລົດເກົ່າ, ຖ້ວຍບ່ວງ, ຊາມເກົ່າ….) ທ່ານສາມາດນຳໃຊ້ສານເຄມີທຳລາຍໄຂ່ຂອງຍຸງ ຫຼືອາດຈະສະເໝີໄປຫ້ອງການສາທາລະນະສຸກເພື່ອມາພົ່ນຢາຂ້າຍຸງໃນເຂດຂອງທ່ານ ໄຂ້ເລືອດອອກເປັນພະຍາດທີ່ອັນຕະລາຍ, ບໍ່ວ່າໃຜກໍ່ສາມາດຕິດຕໍ່ໄດ້, ທຸກຄັ້ງທີ່ມີການແຜ່ລະບາດແມ່ນເຮັດໃຫ້ມີການເສຍຊີວິດ ແລະ ເສຍຄ່າຮັກສາຢ່າງຫຼວງຫຼາຍ.
ຮຽບຮຽງໂດຍ: ອາພອນລາວ
Discussion about this post