ປະທານສຸພານຸວົງເກີດເມື່ອ ວັນທີ 13 ກໍລະກົດ 1909 ທີ່ນະຄອນ-ຫຼວງພະບາງ, ເມືອງແຫ່ງວັດທະນະທຳຂອງລ້ານຊ້າງ, ເພີ່ນກຳເນີດໃນເຊື້ອລາດຊະວົງ ຫຼັງຈາກຮຽນຈົບປະຖົມສົມບູນແລ້ວໃນປີ 1920 ເພີ່ນໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ”ທີ່ຮ່າໂນ້ຍປະເທດຫວຽດນາມ, ເພີ່ນໄດ້ຕັ້ງໃຈຮໍ່າຮຽນຫຼາຍວິຊາ ແລະຫຼາຍພາສາອີກດ້ວຍ,
![](https://kkklao.com/wp-content/uploads/2022/07/1-12.jpg)
ເມື່ອມາຮອດປີ 1930 ເພີ່ນໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ເພີ່ນຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນຢູ່ປາຣີ, ເພີ່ນຮຽນໄດ້ດີ ແລະມີຄະແນນດີເລີດ, ສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ,
![](https://kkklao.com/wp-content/uploads/2022/07/4-11.jpg)
ພາຍຫຼັງສິ້ນສຸດການສຶກສາກໍປະກອບໜ້າທີ່ການງານຕາມຄວາມຮູ້-ຄວາມສາມາດ ແຕ່ໃນເງື່ອນໄຂ ແລະສິ່ງແວດລ້ອມທີ່ເອື້ອອຳນວຍຄວາມສະດວກຄືແນວນັ້ນຄວນຈະເປັນເສັ້ນທາງໃຫ້ເພີ່ນກາຍເປັນຂຸນນາງ ແລະດຳລົງຕໍາແໜ່ງໃດໜຶ່ງຂອງກົງຈັກປົກຄອງສັກດີນາ, ແຕ່ຊີວິດ ແລະການເຄື່ອນໄຫວຕົວຈິງຂອງເພີ່ນໄດ້ປ່ຽນປີ້ນຖານະຊົນຊັ້ນ,
![](https://kkklao.com/wp-content/uploads/2022/07/2-16.jpg)
ຫັນປ່ຽນແນວຄິດກໍຄືແບບແຜນດໍາລົງຊີວິດແບບບໍ່ໜ້າເຊື່ອ, ເວົ້າໄດ້ວ່າເພີ່ນແມ່ນເຊື້ອເຈົ້າກະສັດອົງດຽວຂອງອານາຈັກລ້ານຊ້າງທີ່ໄດ້ປ່ຽນແປງຕຳນານແຫ່ງວີຖີຊີວິດແບບສັກດີນາ ມາເປັນສາມັນຊົນຜູ້ຮ່ວມສຸກ,
![](https://kkklao.com/wp-content/uploads/2022/07/5-4.jpg)
ຮ່ວມທຸກ, ຮ່ວມຕໍ່ສູ້ກັບປະຊາຊົນບັນດາເຜົ່າເພື່ອເອກະລາດແຫ່ງຊາດຈົນກາຍເປັນຕົ້ນແບບຂອງນັກຮົບຕໍ່ສູ້ປະຕິວັດຮັກຊາດທີ່ຍິ່ງໃຫຍ່.
![](https://kkklao.com/wp-content/uploads/2022/07/3.png)
Discussion about this post