ເມື່ອວັນທີ່ 24/08/2020 ໄດ້ມີຜູ້ໃຊ້ Facebook ຊື່: Stopstop tuinui ໄດ້ໂພສວ່າ:

ຕອນສວຍມື້ນີ້ວັນທີ 24/8/2020 ຢູ່ຄຸກໂພນຕ້ອງ ນະຄອນຫຼວງວຽງຈັນ ມີການປັບປຸງກໍ່ສ້າງໂດຍເປີດປະຕູເອົາລົດຈົກເຂົ້າໄປໃນຄຸກຂຸມຂັງນັກໂທດ ແຕ່ທັນໃດນັ້ນໄດ້ມີນັກໂທດຈຳນວນຫຼາຍໆຄົນ ແລ່ນອອກຈາກປະຕູນັ້ນເລີຍ ຕຳຫຼວດຫຼາຍໆສະຫາຍໄດ້ພະຍາຍາມຄວບຄຸມ ແຕ່ເອົາບໍ່ຢູ່ຈຳນວນໜຶ່ງໜີໄປໄດ້

ຈຸດສົງໄສຕາມພາບຈາກກ້ອງວົງຈອນປິດ ຄືເຫດການນີ້ມີການວາງແຜນໄວ້ ມີລັກສະນະນັດໝາຍກັນ ໂດຍມີລົດກະບະສີປອນ ມາຄອຍຖ້າຮັບນັກໂທດ ພ້ອມພາກັນໜີຢ່າງຮີບດ່ວນ

ຕອນນີ້ຕຳຫຼວດກຳລັງຮີບນຳຈັບ ມາດຳເນີນຄະດີຕາມກົດໝາຍ
ແຕ່ທີ່ສຳຄັນໃຫ້ທຸກຄົນມີສະຕິຫຼາຍຂຶ້ນໃຫ້ເຝົ້າລະວັງ ເຮືອນຊານບ້ານຊ່ອງ ຊັບສົມບັດຂອງມີຄ່າ ເພາະວ່ານັກໂທດໂຈນອອກມາຫຼາຍ
ຂໍໃຫ້ຈັບໄດ້ໄວໆ

ແລະ ກໍ່ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງໂຕນຳກັນເດີ.
ໂສມໜ້ານັກໂທດບາງສ່ວນທີ່ລົບໜີ



ລົດທີ່ໃຊ້ໃນການລົບໜີ

ຄລິບເຫດການ:
ຂໍໃຫ້ທຸກຄົນຈຶ່ງມີສະຕິລະວັງໂຕນຳກັນເດີ ຖ້າໃຜພົບເຫັນແຈ້ງເຈົ້າໜ້າທີ່ຕຳຫຼວດດ່ວນ…!
Discussion about this post