ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮອງປະທານປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 25, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 24 ສິງຫາ 2020 ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢຽມ ແລະ ເຮັດວຽກ ພົບປະໂອ້ລົມ ຕໍ່ຄະນະປະຈຳພັກແຂວງ, ຫົວໜ້າພະເເນກການ ແລະ ກົມກອງ ຢູ່ພາຍໃນແຂວງຊຽງຂວາງ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໄດ້ລາຍງານສະພາບການລວມ ໂດຍຫຍໍ້ ການປະຕິບັດໜ້າທີ່ວຽກງານພາຍໃນແຂວງຊຽງຂວາງ ເຊິ່ງໃນໄລຍະຜ່ານມາໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພະຍາດໄຂ້ເລືອດອອກ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະ ກິດ ພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້. ເຖິງຢ່າງໃດກໍ່ຕາມ ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ໃນການນໍາພາ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ໃຫ້ກຸ້ມພາຍໃນແຂວງ, ສ້າງເງື່ອນໄຂໃຫ້ບັນດາທຸລະກິດ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງເພິ່ງຕົນເອງ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ບໍ່ໃຫ້ຫລຸດໂຕນກັນຫລາຍ, ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມຈໍາເປັນ, ຫັນພະນັກງານລົງກໍ່ສ້າງຮາກຖານ ຢູ່ຊົນນະບົດ, ຢູ່ເຂດຈຸດສຸມ ແລະ ຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ ເຮັດໃຫ້ແຂວງຊຽງຂວາງ ມີສະຖຽນລະພາບ ທາງດ້ານການເມືອງ ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ.

ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງແຂວງຊຽງຂວາງ ສຸມໃສ່ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໃຫ້ມີຄວາມພ້ອມຮອບ ດ້ານ ແລະ ທັນຕາມເວລາທີ່ໄດ້ກຳນົດໄວ້. ພ້ອມນີ້, ຍັງໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການ ເປັນຕົ້ນ ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ ແລະ ອະນຸກຳມະການຂະບວນການ ຈົ່ງຮີບຮ້ອນກວດກາຄືນບັນດາໜ້າວຽກຂອງຕົນ ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວນັ້ນ ວ່າອັນໃດທີ່ຍັງເປັນຂໍ້ຄ້າງ, ອັນໃດທີ່ຍັງບໍ່ທັນບັນລຸຕາມຄາດໝາຍ ແລະ ອັນໃດທີ່ຍັງບໍ່ທັນສົມບູນຄົບຖ້ວນ ແລ້ວພ້ອມກັນສືບຕໍ່ປັບປຸງໜ້າວຽກຂອງຕົນໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທຸກດ້ານ ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໄດ້ລຸລ່ວງ ແລະ ມີຄວາມພ້ອມຮ້ອຍສ່ວນຮ້ອຍ. ພ້ອມນີ້, ຍັງເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ປັບປຸງແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລະບຽບຫລັກການ ຢ່າງລະອຽດຈະແຈ້ງ ໂດຍຢຶດໝັ້ນຕາມຫລັກການຂອງພັກຢ່າງເຂັ້ມງວດ. ໃນນັ້ນ, ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ກ້າວເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຄັ່ງຄັດ ໂດຍສອດຫ້ອຍກັບການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ກຳແໜ້ນເຊື່ອມຊຶມ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໃຫ້ເປັນປຶກແຜ່ນ, ພ້ອມກັນຕີຖອຍປະກົດການແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດກຸ່ມກ້ອນ ບໍ່ໃຫ້ເກີດຂຶ້ນພາຍໃນພັກ ແລະ ໃນໝູ່ມະຫາຊົນຢ່າງເດັດຂາດ, ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງໜັກແໜ້ນ ໂດຍຕິດພັນກັບການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງເຂົາເຈົ້າ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອສ້າງລາຍຮັບເຂົ້າຄອບ ຄົວ ໃຫ້ມີບາດກ້າວດີຂຶ້ນ, ໝັ້ນຄົງ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ພ້ອມກັນພັດທະນາເສດຖະກິດ ຂອງແຂວງຊຽງຂວາງ ໃຫ້ມີຖ່ວງທ່າເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຄວາມສີວິໄລຂຶ້ນເລື້ອຍໆ.

Share119TweetShare
Next Post
ຊົມເຊີຍ ກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ

ຊົມເຊີຍ ກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...