ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສປປ ລາວ ສົ່ງອອກ ແຮ່ທອງເຂັ້ມຂຸ້ນ ໄລຍະ 6 ເດືອນຕົ້ນ ປີ 2021 ມີມູນຄ່າລວມ 216 ລ້ານໂດລາສະຫະລັດ.

Staff by Staff
ເດືອນກໍລະກົດ 7, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສປປ ລາວ ສົ່ງອອກ ແຮ່ທອງເຂັ້ມຂຸ້ນ, ແຮ່ຄໍາເຂັ້ມຂຸ້ນ, ແຜ່ນທອງແດງ ແລະ ແຮ່ເຫຼັກ ຜ່ານ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນ ປີ 2021 ມີມູນຄ່າລວມ 216 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານແດນ ສສ.ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2021 ປະມານ 314 ລ້ານໂດລາ ສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 216 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ ປະມານ 98 ລ້ານໂດລາສະຫະລັດ. ສີນຄ້າລາວ ທີ່ສົ່ງອອກໄປປະເທດ ທີ 3 ໂດຍຜ່ານ ສສ.ຫວຽດນາມ ປະກອບ ມີ: ແຮ່ທອງເຂັ້ມຂຸ້ນ, ແຮ່ຄໍາເຂັ້ມຂຸ້ນ, ແຜ່ນທອງແດງ, ແຮ່ເຫຼັກ ແລະ ເຄື່ອງໃຊ້ຄົວເຮືອນທົ່ວໄປ.

ສີນຄ້ານໍາເຂົ້າ ສປປ ລາວ ໂດຍຜ່ານຊາຍແດນ ສສ.ຫວຽດນາມ ມີ: ເຫຍື້ອໄມ້ ແລະ ເສດເຈ້ຍ.ໃນນັ້ນ, ມູນຄ່າການສົ່ງອອກປະມານ 216 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ ປະມານ 98 ລ້ານໂດລາສະຫະລັດ, ເຊິ່ງມູນຄ່າ ແລະ ສິນຄ້າລາວ ທີ່ສົ່ງອອກໄປປະເທດທີ 3 ມູນຄ່າການສົ່ງອອກສິນຄ້າທັງໝົດ ປະມານ 216 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າ ທີ່ສົ່ງອອກຫຼັກ ຄື:

ແຮ່ທອງເຂັມຂຸ້ນ ມູນຄ່າປະມານ 115 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ແຜ່ນທອງແດງ ມີມູນຄ່າປະມານ 52 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ຄົວເຮືອນ ທົ່ວໄປມີມູນຄ່າປະມານ 5.000 (ຫ້າພັນ) ໂດລາສະຫະລັດ. ໃນນັ້ນ, ຈໍານວນການສົ່ງອອກ ທັງໝົດແມ່ນມີປະມານ 480.000 ໂຕນ.

ມູນຄ່າ ແລະ ສິນຄ້ານໍາເຂົ້າມາ ສປປ ລາວ ທັງໝົດປະມານ 98 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າ ທີ່ມີນໍາເຂົ້າຫຼັກ ຄື: ເຍື່ອໄມ້ ແລະ ເສດເຈ້ຍ ເພື່ອຜະລິດເປັນສິນຄ້າໃໝ່ ມີມູນຄ່າປະມານ 96 ລ້ານໂດລາສະຫະລັດ ແລະ ແຮ່ອາລູມີນຽມ ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ. ໃນນັ້ນ, ຈໍານວນການນໍາເຂົ້າ ທັງໝົດແມ່ນມີປະມານ 390.000 ໂຕນ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກ ໂດຍຜ່ານຊາຍແດນ ສສ. ຫວຽດນາມ ມີມູນຄ່າປະມານ: ຈີນ 101 ລ້ານໂດລາສະຫະລັດ, ອີນເດຍ 115 ລ້ານໂດລາສະຫະລັດ ແລະ ຮົງກາລີ 5.000 (ຫ້າພັນ) ໂດລາສະຫະລັດ ແລະ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າ ຜ່ານແດນ ສສ ຫວຽດນາມ ມີມູນຄ່າປະມານປະມານ: ອາເມລິກາ 78 ລ້ານໂດລາສະຫະລັດ, ແຄນາດາ 12 ລ້ານໂດລາສະຫະລັດ ແລະ ສ. ເກົາຫຼີ 3 ລ້ານໂດລາສະຫະລັດ.

(ທີ່ມາ: ສູນຂໍ້ມູນຂ່າວສານທາງການຄ້າ)

ShareTweetShare
Next Post
ດ່ວນ! ປັບຂຶ້ນລາຄານ້ຳມັນຄັ້ງນີ້ ເປັນເທື່ອທີ11 ຂອງປີ 2021

ດ່ວນ! ປັບຂຶ້ນລາຄານ້ຳມັນຄັ້ງນີ້ ເປັນເທື່ອທີ11 ຂອງປີ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...