ເກີດເຫດແຜ່ນດິນໄຫວວັນທີ 14 ມີຖຸນາ 2021 ເວລາ 23:05 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ໃນບໍລິເວນເຂດ ແຂວງຜົ້ງສາລີ.
![](https://kkklao.com/wp-content/uploads/2021/06/Screenshot_2021-06-15-10-26-26-59-769x1024.jpg)
ຈຸດສູນກາງເສັ້ນຂະໜານທີ 21.27 ອົງສາເໜືອ ແລະ ເສັ້ນແວງທີ 101.95 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 5 ກິໂລແມັດ ທີ່ບ້ານຈາຫລວງໃໝ່ ເມືອງບຸນໃຕ້ ແຂວງຜົ້ງສາລີ.
![](https://kkklao.com/wp-content/uploads/2021/06/Screenshot_2021-06-15-10-26-18-27-1024x675.jpg)
ຫ່າງຈາກເທສະບານ ເມືອງບຸນໃຕ້ ປະມານ 13 ກິໂລແມັດ, ເຫດການດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
![](https://kkklao.com/wp-content/uploads/2021/06/Screenshot_2021-06-15-10-26-11-21-1024x568.jpg)
Discussion about this post