ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

WHO ຮຽກຮ້ອງໃຫ້ ຈີ 7 ຮັກສາຄຳໝັ້ນສັນຍາບໍລິຈາກວັກຊິນປ້ອງກັນໂຄວິດ

Staff by Staff
ເດືອນມີນາ 10, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສຳນັກຂ່າວ ເອເອັຟພີ ລາຍງານວ່າ ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ໄດ້ຖະແຫຼງເມື່ອວັນທີ 7 ມິຖຸນາ 2021 ໂດຍໄດ້ຮຽກຮ້ອງໃຫ້ບໍລິສັດຜູ້ຜະລິດວັກຊິນປ້ອງກັນໂຄ ວິດ – 19 ທຸກແຫ່ງໃຫ້ຄວາມສຳຄັນຕໍ່ໂຄງການໂຄແວັກ ເຊິ່ງຂະນະນີ້ຍັງຂາດເຂີນທັງງົບປະມານ ແລະ ວັກແຊັງ ເພື່ອເລັ່ງສົ່ງມອບໃຫ້ແກ່ປະເທດທີ່ທຸກຍາກ.

ຜູ້ອຳນວຍການໃຫຍ່ WHO ກ່າວອີກວ່າ: ຈົນເຖິງຂະນະນີ້ບັນດາປະເທດຮັ່ງມີຍັງຊື້ວັກຊິນ ເພື່ອສັກໃຫ້ປະຊາຊົນກຸ່ມອາຍຸແຕ່ 12 – 15 ປີ ໂດຍມີບາງປະເທດໄດ້ເລີ່ມສັກໄປແລ້ວ, ຂະນະທີ່ກຸ່ມປະເທດທຸກຍາກຍັງບໍ່ມີວັກແຊັງພຽງພໍໃນການສັກໃຫ້ກຸ່ມສ່ຽງ ເປັນຕົ້ນແມ່ນບຸກຄະລາກອນທາງການແພດ, ເຈົ້າໜ້າທີ່ທີ່ເຮັດວຽກຢູ່ປ້ອມດ່ານໜ້າ ລວມເຖິງປະຊາຊົນທີ່ມີກຸ່ມສ່ຽງສູງ ເຊິ່ງຖ້າຫາກວ່າກຸ່ມຄົນເຫຼົ່ານັ້ນເກີດການຕິດເຊື້ອອາດມີອາການຮຸນແຮງ ກວ່າຄົນທົ່ວໄປ.

ທັງນີ້, ກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ ຫຼື G7 ຈະຈັດກອງປະຊຸມສຸດຍອດຜູ້ນຳຂຶ້ນໃນທ້າຍອາທິດນີ້ທີ່ສະຫະຣາຊະອານາຈັກ ເຊິ່ງ ທ່ານ ທີໂດຣສ ອັດຮານອມ ກິບຣີເຢຊູສ ໄດ້ຮຽກຮ້ອງໃຫ້ຜູ້ນຳທັງ 7 ປະເທດ ໄດ້ແກ່: ສະຫະລັດອາເມຣິກາ, ການາດາ, ອັງກິດ, ເຢຍລະມັນ, ອິຕາລີ, ຝຣັ່ງ ແລະ ຍີ່ປຸ່ນ ຕະຫຼອດຜູ້ແທນລະດັບສູງຂອງອີຢູ ຈົ່ງຮັກສາຄຳໝັ້ນສັນຍາທີ່ຈະບໍລິຈາກວັກແຊັງໃຫ້ແກ່ໂຄງການໂຄແວັກ ແຕ່ຕ້ອງສົ່ງມອບໃຫ້ກົງກັບເວລາຄືແຕ່ເດືອນມິຖຸນາ – ເດືອນກໍລະກົດນີ້ ລວມ 200 ລ້ານໂດສ.

ShareTweetShare
Next Post
ຫວຽດນາມ​ ຂໍເລື່ອນຈັດການແຂ່ງຂັນກິລາຊີເກມ​ ຄັ້ງທີ​31​ ໄປເປັນປີ​ 2022​ ເນື່ອງຈາກສະຖານະການໂຄວິດລະບາດ.

ຫວຽດນາມ​ ຂໍເລື່ອນຈັດການແຂ່ງຂັນກິລາຊີເກມ​ ຄັ້ງທີ​31​ ໄປເປັນປີ​ 2022​ ເນື່ອງຈາກສະຖານະການໂຄວິດລະບາດ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...