ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 29, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

2 ສ່ຽວຮ່ວມກັນປຸ້ນລົດ..! ຮ່ວມກັນເຂົ້າຄຸກ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 21, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 15 ກໍລະກົດ ຜ່ານມາ, ເຈົ້າໜ້າທີ່ ປກສເມືອງຈັນທະບູລີ ຕິດຕາມກັກຕົວ ທ້າວ ສອນມີໄຊ ອາຍຸ 28 ປີ ເປົ້າໝາຍປຸ້ນຊັບ ໄດ້ຢູ່ເສັ້ນທາງເຂດບ້ານດອນແດງ ເມືອງຈັນທະບູລີ ພ້ອມຂອງກາງລົດຈັກຮອນດ້າຊູເມີ້ເອັກ.ຈາກນັ້ນ, ອີກ2 ວັນ ກໍສາມາດຕິດຕາມຈັບຜູ້ຖືກຊັດທອດໄດ້ ຊື່ ທ້າວ ສະໝານ ຫຼື ໂຈ້ ອາຍຸ 20 ປີຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ມາດຳເນີນຄະດີຮ່ວມກັນ ໃນຂໍ້ຫາປຸ້ນຊັບພົນລະເມືອງ (ລົດຈັກ).

ຈາກການສອບສວນ ທ້າວ ສອນມີໄຊ ຮັບສາ ລະພາບວ່າ: ໃນວັນທີ 13 ກໍລະກົດ ຜ່ານມາ, ເວ ລາປະມານ 2:00 ໂມງ ຕົນເອງ ກັບທ້າວ ໂຈ້ ໄດ້ຂັບຂີ່ລົດຈັກຊ້ອນກັນ ຊອກຫາປຸ້ນຊັບ ເພື່ອເອົາ ເງິນໄປຊື້ຢາບ້າມາເສບ, ເພາະຕິດເສບຢາບ້າ ມາແຕ່ປີ 2016 ໂດຍເສບມື້ລະ 2-5 ເມັດ; ພໍຂີ່ມາ ຮອດ 4 ແຍກລາວເທັກ ກໍເຫັນຜູ້ຍິງຂີ່ລົດມາຄົນດຽວ ຈິງພາກັນຂັບຂີ່ຕິດຕາມໄປຮອດຮ່ອມ 11 ບ້ານໂພນຕ້ອງຈອມມະນີ.ຈາກນັ້ນ,ທ້າວ ໂຈ້ ກໍລົງລົດໄປປຸ້ນເອົາລົດຈັກ ພ້ອມກັບ ໂທລະສັບ ແລ້ວກໍແຍກທາງກັນລົບໜີ.

ມາຮອດວັນທີ 15 ກໍລະກົດ, ພວກຕົນໄດ້ນັດກັນ ໄປຮ້ານເກມ ຢູ່ເຂດບ້ານດົງນາໂຊກ ແລະ ຕົກ ລົງກັນ ຈະເອົາລົດຈັກຄັນທີ່ປຸ້ນມາໄປຂາຍ.ສ່ວນ ໂທລະສັບເຄື່ອງດັ່ງກ່າວ ແມ່ນໄດ້ເອົາໄປຈຳເອົາ ເງິນ ນຳຄົນຮູ້ຈັກ ຢູ່ບ້ານດົງນາໂຊກເໜືອ, ແລ້ວກໍພາກັນຂີ່ລົດຈັກຄັນດັ່ງກ່າວ ໄປຫາໝູ່ຢູ່ບ້ານດົງປ່າແລບ ເພື່ອຈະໄປຂາຍລົດ. ໃນເວລາທີ່ລໍ້ຖ້າຂາຍລົດ ຢູ່ແຄມທາງເຂດບ້ານດອນແດງ, ເຈົ້າໜ້າທີ່ ປກສ ກໍສາມາດຕິດຕາມຈັບທ້າວສອນມີໄຊໄດ້ ພ້ອມຂອງກາງ ລົດຈັກທີ່ປຸ້ນມາ.

ທ້າວ ສະໝານ ຫຼື ໂຈ້ ສາລະພາບວ່າ: ໃນມື້ກໍ່ເຫດປຸ້ນຊັບນັ້ນ, ພວກຕົນ ໄດ້ພາກັນຂີ່ລົດເລາະມາທາງຕະຫຼາດເຊົ້າ ໄປຫາ ໂພນພະເນົາ ພໍມາ ຮອດຈຸດກໍ່ເຫດ ເວລາປະມານ 2:00 ໂມງ ຈິງໄດ້ພົບເຫັນເປົ້າໝາຍ ເປັນຜູ້ຍິງ ຂີ່ລົດມາຄົນດຽວ; ເມື່ອຮອດຮ່ອມ 11 ບ້ານໂພນຕ້ອງຈອມມະນີ ເປົ້າ ໝາຍໄດ້ຈອດລົດແຊດໂທລະສັບ ຈິ່ງລົງໄປຕີທ້ອງຍິງຄົນນັ້ນ 3 ບາດ ແລ້ວຕົນກໍຍາດເອົາລົດ ພ້ອມກັບໂທລະສັບມືຖື. ຈາກນັ້ນ,ກໍຂີ່ລົດຄັນດັ່ງກ່າວລົບໜີ. ໃນຂະນະ, ທີ່ຍາດເອົາລົດ ໄດ້ເຮັດໝວກກັນກະທົບ ແລະ ເກີບເຮ່ຍຢູ່ຈຸດດັ່ງກ່າວ. ມາວັນທີ 30 ກໍລະກົດ , ເວລາປະມານ 9:00 ໂມງ ກໍຖືກເຈົ້າໜ້າທີ່ ປກສ ເຂົ້າຈັບຕົວຢູ່ເຮືອນ.

ທ້າວ ສະໝານ ຮັບສາລະພາບອີກວ່າ: ໄດ້ເສບຢາບ້າມາແຕ່ປີ 2018, ເສບມື້ລະ 2-8 ເມັດ ສ່ວນຢາບ້າທີ່ນຳມາເສບ ແມ່ນຊື້ໄວລຸ້ນທີ່ມາເລາະຂາຍ ຢູ່ຮ້ານເກມ ທີ່ດົງນາໂຊກ ເມືອງສີໂຄດຕະບອງ.

Share101TweetShare
Next Post
ໂຄວິດ-19 ເຮັດໃຫ້ປະຊາກອນໂລກ ທຸກຍາກເພີ່ມຂຶ້ນ 100 ລ້ານຄົນ

ໂຄວິດ-19 ເຮັດໃຫ້ປະຊາກອນໂລກ ທຸກຍາກເພີ່ມຂຶ້ນ 100 ລ້ານຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.

    0 shares
    Share 0 Tweet 0
  • ດ່ວນໆ ເຈດີ ວັດສີສຸພັນ ອາຍຸ 522 ປີ ໄດ້ຖະຫຼົ່ມລົງແລ້ວ(ມີຄລິບ)

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...