ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ .
ສະພາບແບບນີ້ ມັນມີສາຍເຫດແລະທີ່ມາ . ບັນຫາຫຼັກ ແມ່ນສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ ບໍ່ມີການແຂ່ງຂັນແບບເອົາເປັນເອົາຕາຍ ເພື່ອເອົາໂຕລອດ ນັ້ນກໍ່ເພາະ ປະຊາກອນ ມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມ ຊັບໃນດິນສິນໃນນ້ຳ ພໍທີ່ຈະຫາມາຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດ ແບບບໍ່ຕ້ອງຍາດແຍ່ງແບບເອົາເປັນເອົາຕາຍ . ຄວາມໜາແໜ້ນຂອງປະຊາກອນ ມັນກໍ່ຕິດພັນກັບ ອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດ ນີ້ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ ຂອງປະຊາກອນ.
ອາດຍ້ອນແນວນີ້ ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳ ເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ ອີກຢ່າງໜຶ່ງ ການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ຊຶ່ງນັ້ນກໍ່ແມ່ນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງ ການຜລິດໃນໂຮງງານອຸດສາຫະກຳ ຍິ່ງ ຜລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສັຽໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະບໍ່ອາດຄຸມຄຸນນະພາບໃຫ້ຄົງເສັ້ນຄົງວາ ໄດ້ ຊຶ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນ ດ້ານການຕະຫຼາດ.

ແລ້ວເຮົາຈະເຮັດແນວໄດ ? ທາງອອກທາງດຽວ ຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ຕາມມາດຕະຖານສາກົນ ແລ້ວເຮັດໜ້າທີ່ເປັນມືປືນຮັບຈ້າງ ຜລິດໃຫ້ທຸກຍີ່ຫໍ້ ຕາມ ຂະບວນການການຜລິດ ຫຼື Process specification ຂອງເຈົ້າຂອງຍີ່ຫໍ້ . ອາດຮັບເປັນແບບ Turn key subcontractor ຫຼື ແບບ Consignment ກໍ່ໄດ້ ການກວດສອບແລະຮັບຮອງແມ່ນໃຫ້ເປັນໄປຕາມ Control Plan ຂອງເຈົ້າຂອງຍີ່ຫໍ້ . ຍົກຕົວຢ່າງ ໂຮງງານຜລິດ ໝີ່ສຳເລັດຮູບ ອາດໄປສັນຍາກັບ ເຄືອສະຫະພັດ ເພື່ອເປັນ Subcontractor ໃຫ້ເຂົາ ປະໂຫຍດທີ່ເຂົາໄດ້ ແມ່ນ ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ,ຫຼຸດ Production overhead ຂອງໂຕເອງ ບໍ່ສ່ຽງກັບ Lot rejection ເພາະຈະຈ່າຍສະເພາະສິນຄ້າທີ່ໄດ້ຄຸນນະພາບ ສ່ວນຂອງເສັຽແມ່ນເປັນພາລະຕົ້ນທຶນຂອງsubcontractor. Packaging and Labeling ແມ່ນສ້າງເພື່ອຕະຫຼາດໃນລາວແນ່ນອນ ອາດບໍ່ເຊັນສັນຍາກັບພຽງລູກຄ້າເຈົ້າດຽວ ອາດຜລິດໝີ່ສຳເລັດຮູບຂອງທຸກຍີ່ຫໍ້ທີ່ມາຂາຍຢູ່ລາວ. ວິທີ ນີ້ ເຂົາໃຊ້ກັນຢ່າງກວ້າງຂວາງ ຢູ່ໃນຫຼາຍປະເທດແມ້ແຕ່ປະເທດໄທເອງ ມີໂຮງງານຜລິດເກີບ ກິລາຢູ່ແຖວ ຈັ່ງຫວັດອ່າງທອງ ເຂົາຜລິດເກີບໃຫ້ເກືອບທຸກຍີ່ຫໍ້ ຕາມ Spec ຂອງແຕ່ລະຍີ່ຫໍ້ ດ້ວຍສາຍການຜລິດດຽວກັນ .
ມີແຕ່ວິທີນີ້ ເຮົາຈຶ່ງຈະສົ່ງເສີມໃຫ້ອຸດສາຫະກຳໃນປະເທດເຕີບໂຕໄດ້ ແລະຍັງຈະກະຕຸ້ນ ການຜລິດກະຊິກຳ ເພື່ອເປັນວັດຖຸດິບປ້ອນໂຮງງານເຫຼົ່ານີ້ . ໃນອານາຄົດເມື່ອເຮົາພ້ອມ ການສ້າງ Brand ໂຕເອງກໍ່ບໍ່ແມ່ນເລື່ອງຍາກ ສຳຄັນແມ່ນ ມາດຕະຖານການຜລິດ ສ່ວນ Brand ມັນເລື່ອງການຕະຫຼາດ . ຖ້າຖາມວ່າເຄື່ອງຊູກຳລັງທີ່ໂຄສະນາທາງໂທລະພາບ ມີນ້ອຍ ທີ່ມີໂຮງງານຂອງໂຕເອງ ເກີນ 80% ໄປຈ້າງເຂົາຜລິດໃຫ້ທັງນັ້ນພຽງແຕ່ ອອກແບບ Packaging ເປັນຂອງ Brand ໂຕເອງກໍ່ເທົ່ານັ້ນ.
ດັ່ງນັ້ນ ສະພາການຄ້າ ແລະ ອຸດສາຫະກຳລາວ ຄວນເພີ່ມທະວີການເຮັດວຽກບ້ານໃນເລື່ອງນີ້ ແລະອາໄສ ສາຍສຳພັນກັບ ຫໍການຄ້າແຫ່ງປະເທດໄທໃນການເຈລະຈາ ເປັນຖານຜລິດວັດຖຸດິບໃຫ້ເຂົາ ຊຶ່ງຈະໄດ້ປະໂຫຍດທັງ 2 ຝ່າຍ.
ໂດຍ: ຄຳມົນ ໄຊຍະສິງ @Khammonh Sayasing
Discussion about this post