ສູບຢາເປັນເຫດ !! ເຮັດໃຫ້ໄຟໄຫມ້ເຮືອນ ເສຍຫາຍ 30 ກວ່າລ້ານກີບ
![](https://kkklao.com/wp-content/uploads/2021/03/Screenshot_2021-03-30-04-37-29-83.jpg)
ໄຟໄໝ້ເຮືອນປະຊາຊົນ ທີ່ ເມືອງແກ່ນທ້າວ ເສຍຫາຍມູນຄ່າ 30 ກ່ວາລ້ານກີບ ໃນເວລາ 09:32 ນາທີ ຂອງວັນທີ 29 ມີນາ 2021 ນີ້,
![](https://kkklao.com/wp-content/uploads/2021/03/Screenshot_2021-03-30-04-37-40-16-708x1024-1.jpg)
ໄດ້ເກີດອັກຄີໄພໄຟໄໝ້ ທີ່ ບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງເປັນເຮືອນຂອງທ້າວ ພອກ ແສນພັນສິລິ ປະຊາຊົນ ບ້ານທ້າວແກ່ນ ເຮືອນຫຼັງດັ່ງກ່າວເປັນເຮືອນ 2 ຊັ້ນ ເຄິ່ງໄມ້ເຄິ່ງປູນ
![](https://kkklao.com/wp-content/uploads/2021/03/Screenshot_2021-03-30-04-37-47-83-714x1024-1.jpg)
ສາເຫດເກີດຈາກການສູບຢາແລ້ວຖິ້ມຊະຊາຍ ຈຶ່ງພາໃຫ້ເກີດໄຟໄໝ້ ຜ່ານການເກັບກໍາຂໍ້ມູນລວມມູນຄ່າເສຍຫາຍທັງໝົດ 30,670,000 ກີບ.
![](https://kkklao.com/wp-content/uploads/2021/03/Screenshot_2021-03-30-04-37-56-24.jpg)
![](https://kkklao.com/wp-content/uploads/2021/03/Screenshot_2021-03-30-04-38-03-99.jpg)
ຂໍ້ມູນ: ຖວທ ເມືອງແກ່ນທ້າວ
Discussion about this post