ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສໍາເລັດການຝຶກອົບຮົມສືບສວນ-ສອບສວນ ທາງດ້ານການເງິນ ຕ້ານການສໍ້ລາດບັງຫລວງ

Staff by Staff
ເດືອນມີນາ 30, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 26 ມີນາ 2021 ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດເພື່ອນຕ້ານຢາເສບຕິດ ແລະ ອາຊະ ຍະກໍາປະຈໍາລາວ (UNODC) ໄດ້ສໍາເລັດຊຸດຝຶກອົບຮົມ ກ່ຽວກັບວຽກງານສືບສວນ-ສອບສວນທາງດ້ານການເງິນ ໃນຄະດີຖານຕ້ານການສໍ້ລາດບັງຫລວງຂຶ້ນ ທີ່ໂຮງແຮມປາກເຊ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດມອບໃບຢັ້ງຍືນການຝຶກອົບຮົມ, ໂດຍ ທ່ານ ວັນຄໍາ ໄຊວົງສັກ ຄະນະພັກ, ຫົວໜ້າກົມຄົ້ນຄວ້າ ແລະ.

ວາລະສານກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ; ທ່ານ ຟຣານເຊສໂກ້ ແຊັກກີ້ ທີ່ປຶກສາຕ້ານການສໍ້ລາດບັງຫລວງ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍະກໍາ ປະຈໍາລາວ, ພ້ອມດ້ວຍສໍາມະນາກອນ ຜູ້ທີ່ເຮັດວຽກງານກວດກາ ຢູ່ 3 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ເຂົ້າຮ່ວມ.ໃນການຝຶກອົບຮົມໃນຄັ້ງນີ້, ສໍາມະນາກອນ ໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສືບສວນ-ສອບສວນ ເປັນຕົ້ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ການສືບສວນ-ສອບສວນການສໍ້ລາດບັງຫລວງ; ການຕິດຕາມຮ່ອງຮອຍຂອງເງິນ, ຊັບສິນທີ່ຖືກລັກ.

ຂະໂມຍໄປ, ແນວຄິດ ແລະ ຂໍ້ກໍານົດທີ່ສໍາຄັນ-ຂັ້ນຕອນທໍາອິດເວລາເປີດການ ດໍາເນີນຄະດີ, ການສ້າງ ຫລື ລຽງລໍາດັບເວລາ, ການສືບສວນ-ສອບສວນບຸກຄົນທາງດ້ານກົດໝາຍ, ການສໍ້ລາດບັງຫລວງໃນໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດ. ພ້ອມນັ້ນ, ຍັງມີການຕັ້ງຄໍາຖາມ ແລກປ່ຽນບົດຮຽນປະສົບການຕົວຈິງ ລະຫວ່າງສໍາມະນາກອນ ແລະ ນັກວິທະຍາກອນ ດ້ວຍບັນຍາກາດຟົດຟື້ນ.ໃນໂອກາດດັ່ງກ່າວ, ທ່ານ ວັນຄໍາ ໄຊວົງສັກ ໄດ້ສະແດງຄວາມຂອບໃຈຄະນະນຳຂອງແຂວງ ກໍຄື ຄະນະນໍາອົງການກວດກາລັດ ແຂວງຈຳປາສັກ ແລະ ອົງການສະຫະປະຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ປະຈໍາລາວ ທີ່ໃຫ້ການຊ່ວຍເຫລືອໃນການຈັດຊຸດຝຶກອົບຮົມ.

ໃນຄັ້ງນີ້. ໃນການຝຶກອົບຮົມເຫັນວ່າ ຊ່ຽວຊານ, ຄູ-ອາຈານ ແລະ ສໍາມະນາກອນ ລ້ວນແຕ່ມີຄວາມເອົາ ໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການບັນລະຍາຍ-ຖ່າຍທອດຄວາມຮູ້ປະສົບການ ໃນການສົນທະນາແລກປ່ຽນ ແລະ ຮັບຜິດຊອບສູງ, ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮຽນຮູ້ບົດຮຽນ ແລະ ປະສົບການອັນໃໝ່ເພີ່ມຕື່ມກ່ຽວກັບວຽກງານສືບສວນ-ສອບສວນ ທາງດ້ານການເງິນ ໃນຄະດີຖານຕ້ານການສໍ້ລາດບັງຫລວງ. ພ້ອມນີ້, ໄດ້ຮຽກຮ້ອງມາຍັງສຳມະນາກອນທັງໝົດ ຈົ່ງສືບຕໍ່ນຳເອົາບົດຮຽນ ແລະ ປະສົບການຈາກການຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍ ເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບ ໝາກຜົນດີຂຶ້ນເປັນກ້າວໆ.

ShareTweetShare
Next Post
ພຽງມື້ດຽວ ມີຜູ້ເສຍຊີວີດກວ່າ 100 ຄົນ

ພຽງມື້ດຽວ ມີຜູ້ເສຍຊີວີດກວ່າ 100 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...