ແຫຼ່ງຂ່າວຈາກໜ່ວຍກູຊີບແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2021 ເວລາ 21ໂມງ 00 ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວ ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖື ກຍິ ງ ຢູ່ບ້ານ ບໍ່ເຫຼັກ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບ ໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນ:

ເປັນເພດຊາຍ, ສັນຊາດລາວ, ຊື່ ທ້າວທອງແທ່ງ ອາຍຸ 59 ປີ ປັດຈຸບັນ ຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີບາດແຜ ຖືກຍິງທີ່ລຳຄໍ ແລະ ຫົວ, ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວ ຈື່ງໄດ້ທຳການຫໍ່ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງໝໍແຂວງບໍ່ແກ້ວ ຈາກນັ້ນ ຈຶ່ງໄດ້ນຳສົ່ງໃຫ້ພີ່ນ້ອງເພື່ອປະກອບພິທີທາງສາສະໜາຢູ່ທີ່ເຮືອນຜູ້ກ່ຽວ.

Discussion about this post