ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປະທານປະເທດ ແລະນາຍົກລັດຖະມົນຕີຄົນໃໝ່ ຢືນຢັນວ່າ ຈະນຳພາລາວ ແລະປາບປາມການທຸຈະລິດ

Staff by Staff
ເດືອນມີນາ 29, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ປະທານປະເທດແລະນາຍົກລັດຖະມົນຕີຜູ້ໃໝ່ຂອງລາວ ຢືນຢັນວ່າ ຈະປະຕິບັດໜ້າທີ່ແລະບໍລິຫານປະເທດໂດຍບໍ່ມີການທຸຈະລິດ ແນໃສ່ການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນໃນທຸກດ້ານ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວຊຸດທີ 9 ໃນວັນທີ 22 ມີນາ 2021 ໂດຍມີທ່ານໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດຜູ້ໃໝ່ນັ້ນ ໄດ້ມີມະຕິເລືອກຕັ້ງ ທ່ານທອງລຸນ ສີສຸລິດ ເປັນປະທານປະເທດຜູ້ໃໝ່ ພ້ອມດ້ວຍຮອງປະທານປະເທດ 2 ຕຳແໜ່ງຄື ທ່ານນາງ ປານີ ຢາທໍຕູ້ ກັບ ທ່ານບຸນທອງ ຈິດມະນີ ແລະໃນໂອກາດດຽວກັນນີ້

ສະພາແຫ່ງຊາດລາວ ຍັງໄດ້ມີມະຕິຮັບຮອງໃຫ້ ທ່ານພັນຄຳ ວິພາວັນ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງລາວ ຕາມການສະເໜີຂອງທ່ານ ທອງລຸນ ອີກດ້ວຍ ສ່ວນນາຍົກລັດຖະມົນຕີຜູ້ໃໝ່ ກຊໄດ້ສະເໜີການຈັດຕັ້ງຄະນະລັດຖະບານຊຸດທີ 9 ທີ່ປະກອບດ້ວຍ 17 ກະຊວງ ກັບ 2 ອົງການທຽບເທົ່າກະຊວງ ແລະມີຮອງນາຍົກລັດຖະມົນຕີ 3 ທ່ານ ຄື ພົນເອກຈັນສະໝອນ ຈັນຍາລາດ ທັງຍັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານສອນໄຊ ສີພັນດອນ ທີ່ຄວບຕຳແໜ່ງລັດຖະມົນຕີກະຊວງແຜນການແລະການລົງທຶນ ແລະທ່ານກິແກ້ວ ໄຂຄຳພິທູນ ສ່ວນທ່ານສະເຫຼີມໄຊ ກົມມະສິດ ຍັງຄົງເປັນລັດຖະມົນຕີວ່າການຕ່າງປະເທດຕໍ່ໄປອີກ 5 ປີ.

ທັງນີ້ ທ່ານທອງລຸນ ຖະແຫລງຢືນຢັນວ່າ ຈະປະຕິບັດໜ້າທີ່ປະທານປະເທດ ດ້ວຍຄວາມຮັບຜິດຊອບສູງ ແລະປາສະຈາກການທຸຈະລິດ ໂດຍແນໃສ່ການພັດທະນາປະເທດໃຫ້ຈະເລີນກ້າວໜ້າເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນໃນທຸກດ້ານ ໃນນີ້ຮວມເຖິງຄວາມສະຫງົບ-ປອດໄພ ສະຖຽນລະພາບແລະເສດຖະກິດຂອງຊາດທີ່ຂະຫຍາຍຕົວເພີ້ມຂຶ້ນນັບມື້ດ້ວຍ ດັ່ງທີ່ທ່ານທອງລຸນ ຢືນຢັນວ່າ:

“ຂ້າພະເຈົ້າ ຈະຈົງຮັກພັກດີ ຊື່ສັດ ບໍລິສຸດຕໍ່ປະເທດຊາດແລະຕໍ່ປະຊາຊົນບັນດາເຜົ່າ ຈະຮ່ວມກັບການນຳຂອງພັກແລະລັດ ເຮັດທຸກສິ່ງທຸກຢ່າງເພື່ອສ້າງເງື່ອນໄຂແລະຮັບປະກັນໃຫ້ປະເທດຊາດຂອງພວກເຮົາມີສະຖຽນລະພາບ ມີຄວາມສະຫງົບປອດໄພ ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ນັບມື້ສູງຂຶ້ນ.”

ທາງດ້ານ ທ່ານພັນຄຳ ວິພາວັນ ໄດ້ຖະແຫລງໃນຖານະນາຍົກລັດຖະມົນຕີຄົນໃໝ ວ່າ ເປົ້າໝາຍສຳຄັນໃນການຈັດຕັ້ງປະຕິບັດຂອງຄະນະລັດຖະບານລາວຊຸດທີ 9 ຄືການຮັກສາສະຖຽນລະພາບທາງການເມືອງ ຄວາມສະຫງົບປອດໄພແລະແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ຄຸ້ມຄອງເສດຖະກິດມະຫາພາກໃຫ້ເຂັ້ມແຂງ ປັບປຸງກົນໄກຄຸ້ມຄອງ-ບໍລິຫານລັດທີ່ໂປ່ງໃສ ສ້າງປັດໄຈເງື່ອນໄຂເພື່ອບັນລຸເປົ້າໝາຍການພັດທະນາຢ່າງຍືນຍົງແລະຂະຫຍາຍການພົວພັນ-ຮ່ວມມືກັບຕ່າງປະເທດຢາງກວ້າງຂວາງ ດ້ວຍການເປັນຄະນະລັດຖະບານທີ່ເວົ້າແທ້ແລະທຳຈິງດັ່ງທີ່ ທ່ານພັນຄຳ ໄດ້ຖະແຫລງວ່າ:

“ເພື່ອຮັບປະກັນແລະປະຕິບັດໜ້າທີ່ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ນັ້ນ ຂ້າພະເຈົ້າຂໍນ້ອມຮັບເອົາຄວາມເຊື່ອໝັ້ນ-ໄວ້ວາງໃຈຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ກໍຄື ຄວາມໝຸ້ງຫວັງຂອງປະຊາຊົນບັນດາເຜົ່າທີ່ຢາກໃຫ້ລັດຖະບານຊຸດທີ 9 ເປັນລັດຖະບານທີ່ເວົ້າແທ້ທຳຈິງ ດຸມັ່ນ ຊື່ສັດ ປະຢັດ ອົດທົນ ແລະເພື່ອປະຊາຊົນ.”

ກ່ອນໜ້ານີ້ ທ່ານບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຖະແຫລງຢືນຢັນວ່າ ປະຊາຊົນລາວ ມີທ່າອຽງທີ່ເສື່ອມສັດທາຕໍ່ການຊີ້ນຳຂອງພັກແລະລັດ ເພີ້ມຂຶ້ນນັບມື້ໂດຍມີສາເຫດສຳຄັນມາຈາກການປະຕິບັດງານຂອງບຸກຄະລາກອນພັກທີ່ບໍ່ມີປະສິດທິພາບທີ່ຮວມເຖິງການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງທັງໃນຂັ້ນສູນກາງພັກແລະທ້ອງຖິ່ນທີ່ໄດ້ກາຍເປັນອຸປະສັກທີ່ມີຕໍ່ການເສີມສ້າງຄວາມເຂັ້ມແຂງຂອງພັກ

ຕົວຢ່າງຄື ການກວດສອບບັນດາໂຄງການລົງທຶນຂອງລັດ 209 ໂຄງການທີ່ບໍ່ໄດ້ຈັດການປະມູນຫຼືຈັດການປະມູນບໍ່ຖືກຕ້ອງຕາມກົດໝາຍເຮັດໃຫ້ລັດຖະບານເສຍຫາຍກວ່າ 5,331 ຕຶ້ກີບໃນປີ 2016 ຫາ 2020 ໂດຍມີພະນັກງານລັດ 970 ຄົນແລະນັກທຸລະກິດ 315 ຄົນທີ່ຮ່ວມມືກັນທຸຈະລິດ ສ່ວນອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຈາກ 100 ຄະແນນເຕັມ ໃນປີ 2020 ຊຶ່ງເທົ່າກັບໃນປີ 2019 ໝາຍຄວາມວ່າ ມີນັກລົງທຶນຊາວຕ່າງຊາດໃນລາວພຽງ 29 ຄົນ ຈາກ 100 ຄົນທີ່ເຫັນວ່າ ການບໍລິຫານຂອງລັດຖະບານລາວ ບໍ່ມີການທຸຈະລິດ ຫາກແຕ່ 71 ຄົນເຫັນວ່າມີການທຸຈະລິດ.

ShareTweetShare
Next Post
ກາເຟລາວອາຣາບີກາຊຸດທຳອິດຈຳນວນ 17,520 ກິໂລກຣາມ ຖືກສົ່ງໄປ ອາເມຣິກາ ແລ້ວ

ກາເຟລາວອາຣາບີກາຊຸດທຳອິດຈຳນວນ 17,520 ກິໂລກຣາມ ຖືກສົ່ງໄປ ອາເມຣິກາ ແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...