ທ່ານເກຍ ອູ໊ສິດທິເດດ ເຈົ້າພໍ່ໃຈພະໄດ້ລົງມືໂຄງການໃດແລ້ວຢາກວ່າເຫັນຜົນຫຼ້າສຸດນີ້ 100 ກວ່າຄອບຄົວໄດ້ມີຊ່ອງທາງທຳມາຫາກິນໃຫ້ສາມາດເສີມສ້າງຊີວິດຄອບຄົວສູ່ວັນຂ້າງໜ້າທີ່ດີກວ່າເກົ່າ ທ່ານເກຍບອກສະເໝີວ່າ ເຮົາຄວາມຮູ້ບໍ່ຫຼາຍເຮັດສິ່ງງ່າຍໆ.


ເຮັດແນວທີ່ຄົນອື່ນສາມາດເຮັດນຳໄດ້ແຕ່ຊ່ວຍໃຫ້ເຂົາມີທິດທາງກ້າວເດີນໄປກໍ່ພໍ ຄືບໍຈຳເປັນໃຊ້ເຕັກນິກວິທະຍາສາດຫຍັງຫຼວງຫຼາຍແຕ່ຕ້ອງໃສ່ໃຈຈັບຕີນຈັບມືເຮັດ ເຮັດແລ້ວໃຫ້ເຫັນຜົນສົມການທຸ່ມເທ ແລະຊ່ວຍໃຫ້ຊີວິດຂອງກຸ່ມເປົ້າໝາຍດີຂຶ້ນໄດ້.ດັ່ງໂຄງການຫຼ້າສຸດນີ້ມີປະຊາຊົນ 142 ຄອບຄົວຢູ່ບ້ານບ້ານຕະຢົງ ແລະ ບ້ານປະແນະ.



Discussion about this post