Update ອາການປ່ວຍຂອງມີຊິ່ນນ້ອງເປັນໄຂ້ ຫມົດສະຕິ ເຂົ້າຫ້ອງສຸກເສີນວັນອາທິດ,ມາຮອດວັນຈັນອາການຊຸດລົງ ຈົນຕ້ອງເຂົ້າ ICUເຊິ່ງຫມໍບອກວ່າເປັນຄົນເຈັບອາການໜັກຫລາຍ50-50 ມາຈົນຮອດວັນສຸກຕອນບ່າຍຈຶ່ງຮູ້ວ່າຫມໍບໍ່ສາມາດປິ່ນປົວໄດ້ ແມ້ແຕ່ປະຕິຫານກະບໍ່ມີໃຫ້ນ້ອງເລີຍ..

ເຖິງຂັ້ນຈະຍ້າຍໄປໂຮງຫມໍອື່ນຫມໍຍັງບໍ່ຢາກໃຫ້ຍ້າຍເພາະເພິ່ນບອກວ່າມັນສ່ຽງເກີນໄປທີ່ຈະຍ້າຍເມື່ອເປັນດັ່ງນັ້ນ, ທາງຄອບຄົວ ເຫັນວ່າບໍ່ມີຄວາມຫວັງແລ້ວຈຶ່ງຕັດສິນໃຈສ່ຽງຍ້າຍນ້ອງໄປໄທທັນທີ.ຕັ້ງແຕ່ມື້ທີ່ນ້ອງຍ້າຍອອກຈາກຫ້ອງ ICU ຢູ່ລາວທີ່ໝໍບໍ່ສາມາດປິ່ນປົວນ້ອງໄດ້ແລ້ວໄປປິ່ນປົວຕໍ່ຢູ່ປະເທດໄທ, ຮອດມື້ນີ້ເປັນມື້ທີ 4 ແລ້ວຕອນນີ້ນ້ອງອາການດີຂື້ນແລ້ວເດີ້ຄວາມດັນດີຂື້ນ,
ຮຽນຫາຍໃຈເອງໄດ້ແລ້ວມື້ນີ້ຖອດເຄື່ອງຊ່ວຍຫາຍໃຈທຽມແລ້ວຢູ່ລາວເພີ່ນບອກວ່ານ້ອງມີເລືອດກ້າມຢູ່ຫົວໃຈຕ້ອງປ່ຽນຫົວໃຈຢ່າງດຽວຈຶ່ງຈະລອດແຕ່ເມື່ອຮອດໄທ ຫມໍບອກວ່າຈິງໆແລ້ວນ້ອງຖືກໄວຣັສຈາກໄຂ້ເລືອດອອກທຳລາຍ ຫົວໃຈ ປອດ ແລະ ຕັບເຄສທີ່ຄ້າຍກັບ ດາຣາໄທ ປໍ ທິດສະດີການປິ່ນປົວແມ່ນໃຫ້ຢາຕ້ານໄວຣັສຈາກ 0% ຕອນນີ້ອາການດີຂື້ນ 80%
ຕອນນີ້ພາວະນາໃຫ້ນ້ອງອາການດີຂື້ນແລະ ກັບມາເປັນປົກກະຕິໄວໆ. ເພີ່ມເຕີມເພື່ອບໍ່ຢາກໃຫ້ມີດຣາມ່າ:ແພດຫມໍຢູ່ລາວສ່ວນຫຼາຍແມ່ນມີຄວາມສາມາດເທົ່າທຽມກັບຫມໍຢູ່ປະເທດອື່ນຢູ່ແລ້ວເພາະຫຼາຍຄົນກໍ່ຈົບຈາກຕ່າງປະເທດພຽງແຕ່ຍັງຂາດເຄື່ອງມືທີ່ທັນສະໄຫມມາ support ຄວາມສາມາດທີ່ມີຢາກໃຫ້ການແພດລາວພັດທະນາຈຸດນີ້ຕື່ມເພາະໂຮງຫມໍເປັນບ່ອນທີ່ເຮົາຕ້ອງຝາກຊີວິດໄວ້ໃນຍາມທີ່ເຈັບປ່ວຍເຮົາຄົນລາວ,
ແນ່ນອນບໍ່ຢາກໃຫ້ເລື່ອງແບບນີ້ມັນເກີດຂື້ນກະບໍ່ຢາກໃຫ້ໂທດໃຜເພາະເລື່ອງມັນເກີດຂື້ນໄປແລ້ວແຕ່ຢາກໃຫ້ເປັນບົດຮຽນ ກໍລະນີສຶກສາ ແລະ ນຳໄປປັບປຸງແກ້ໄຂຢາກໃຫ້ການແພດລາວກ້າວໄກຂອບໃຈທຸກພາກສ່ວນທີ່ເບິ່ງແຍງນ້ອງຂອບໃຈແພດຫມໍທຸກຄົນທີ່ຊ່ວຍນ້ອງຈົນສຸດຄວາມສາມາດເປັນກຳລັງໃຈໃຫ້ແພດຫມໍທຸກທ່ານເດີ້.
#Update ອາການມີຊິນມື້ນີ້ຫຼັງຈາກຖອດເຄື່ອງຊ່ວຍຫາຍໃຈທຽມແລ້ວອາການດີຂື້ນ, ກິນເຂົ້າເອງໄດ້ແລ້ວດີໃຈເດ້ ອີ່ຫລ້າຄຳແພງ ແຂັງແຮງໄວໆ ຟື້ນໂຕໄວໆເດີ້ພວກເອື້ອຍໆອ້າຍໆຖ້າອີ່ຫລ້າມາເບີກເງິນເດືອນໃຫ້ຢູ່ 🤣

ຂ່າວມາຈາກ

ແລະ ທາງໂທລະໂຄ່ງກໍ່ໄດ້ແຊມາວ່າ

Discussion about this post