ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 4, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ

Staff by Staff
ເດືອນມີນາ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ ! ກອງກວດກາປ່າໄມ້ ແຂວງຄຳມ່ວນ ໄດ້ຈັດພິທີ ມອບ-ຮັບ ຊາກເສືອໂຄ່ງ ຈຳນວນ 3 ໂຕ

ໃຫ້ແກ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ຊຶ່ງຈັດຂຶ້ນໃນວັນທີ 24 ມີນາ ຜ່ານມາ ທີ່ແຂວງຄໍາມ່ວນ, ໃຫ້ກຽດກ່າວມອບໂດຍ ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ແລະ ກ່າວຮັບໂດຍ ທ່ານ ສີທອງ ທອງມະນີວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ມີຜູ້ຕາງໜ້າຈາກກົມປ່າໄມ້, ບັນດາອົງການຕຸລາການ ແຂວງ, ເຈົ້າໜ້າທີ່ ປກຊ-ປກສ ແຂວງ ຕະຫຼອດເຖິງພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຊາກເສືອໂຄ່ງຈຳນວນ 3 ໂຕນີ້ ແມ່ນເຈົ້າໜ້າທີ່ ປກສ ແລະ ເຈົ້າໜ້າທີ່ກອງກວດກາປ່າ ໄມ້ແຂວງຢຶດມາໄດ້ຈາກຜູ້ປະກອບການ ທີ່ກໍາລັງລັກລອບຂົນສົ່ງຢູ່ທີ່ເມືອງຍົມມະລາດ ແຂວງຄຳ ມ່ວນ ໃນວັນທີ 12 ມັງກອນ 2018 ຊຶ່ງແຕ່ລະໂຕແມ່ນຢູ່ໃນສະພາບທີ່ຕາຍແລ້ວ ແລະ ຖືກຄົວ ເອົາເຄື່ອງໃນອອກຈົນໝົດ, ລວມມີນໍ້າໜັກທັງໝົດ 434 ກິໂລ. ຈາກນັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງກໍ ໄດ້ສືບສວນ-ສອບສວນເຖິງທີ່ໄປທີ່ມາຂອງສັດ ພ້ອມທັງໄດ້ນຳຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະ ບຽບກົດໝາຍ. ຕໍ່ມາໃນໄລຍະໜຶ່ງກໍຈັດກອງປະຊຸມຂຶ້ນທີ່ກົມກວດກາປ່າໄມ້ ແລະ ກອງປະຊຸມກໍ ໄດ້ຕົກລົງເຫັນດີມອບຊາກເສືອດັ່ງກ່າວໃຫ້ແກ່ ມຊ ເພື່ອນຳໄປສຶກສາຄົ້ນຄວ້າ.ທ່ານ ສີທອງ ທອງມະນີວົງ ໄດ້ກ່າວຕໍ່ພິທີວ່າ: ໃນການທີ່ແຂວງຄຳມ່ວນ ໄດ້ມອບ ຊາກເສືອໃຫ້ແກ່ ມຊ ຄັ້ງນີ້ ແມ່ນເປັນການມອບຊັບສົມບັດທີ່ລໍ້າຄ່າທີ່ສຸດ ໂດຍສະເພາະໃນແງ່ຂອງ ການສຶກສາຄົ້ນຄວ້າ ຊຶ່ງທາງ ມຊ ຈະໄດ້ນຳເອົາຕົວຢ່າງເສືອໄປທົດລອງສຶກສາ, ຄົ້ນຄວ້າ ພ້ອມທັງ ມີການບັນທຶກເປັນຂໍ້ມູນ ເພື່ອໃຫ້ນັກສຶກສາ,

ນັກຄົ້ນຄວ້າ ກໍຄືສັງຄົມໄດ້ສຶກສາ, ຮຽນຮູ້ ແລະ ນຳໄປ ເປັນບົດຮຽນ ເພື່ອຮັບໃຊ້ເຂົ້າໃນການສິດສອນ-ຮຽນຮູ້. ສ່ວນທາງດ້ານໂຄງກະດູກ ແລະ ຊິ້ນສ່ວນເນື້ອ ໜັງ ກໍຈະຮັກສາໄວ້ໃນລັກສະນະທີ່ເປັນຊົງເດີມ ເພື່ອເປັນການອະນຸລັກໃຫ້ແກ່ຄົນຮຸ່ນຫຼັງໄດ້ເບິ່ງ ແລະ ສຶກສາຄົ້ນຄວ້າຕໍ່ໄປ.ຂ່າວ-ພາບ: ອາດສະພັງທອງປະຊາຊົນ

ShareTweetShare
Next Post
Congratulations USLaos ComprehensivePartnership USAID’s Bureau for Humanitarian Assistance

Congratulations USLaos ComprehensivePartnership USAID’s Bureau for Humanitarian Assistance

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຮ່ວມສົ່ງແຮງໃຈ ໃຫ້ອ້າຍນ້ອງທະຫານ ລາວທີມລົດຖັງ ໃນການແຂ່ງຂັນ Army Games International 2020 ທີ່ປະເທດລັດເຊຍ

    937 shares
    Share 937 Tweet 0
  • ຄລິບວິນາທີ ປະຕິບັດການຈັບຄົນຮ້າຍ ເຂດເສັ້ນທາງຫ້ວຍຫົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...