ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອີຢູ ຊ່ວຍ ສປປລາວ 32ຕື້ກີບ ຕອບໂຕ້ການລະບາດ ຂອງ​ ໂ​ ຄ​ ວິ​ ດ -19

Staff by Staff
ເດືອນມີນາ 18, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສະຫະພາບເອີຣົບ ໃຫ້ການສະໜັບສະໜູນ 32 ຕື້ກີບ ຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວພິທີເປີດໂຄງການສະໜັບສະໜູນຈາກສະຫະພາບເອີຣົບ ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ຈັດຂຶ້ນຕອນບ່າຍວັນທີ 17 ມິນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ

ໂດຍການເຂົ້າຮ່ວມຂອງທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາ ສປປ ລາວ ແລະທ່ານ ດຣ. ມາກເຈຄອບສ໌. ຜູ້ຕາງໜ້າອົງການອະນາໄມໂລກປະຈໍາສປປລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ: “ພວກເຮົາມີຄວາມຍິນດີເປັນຢ່າງສູງທີ່ຈະສືບຕໍ່ຮ່ວມເຮັດວຽກກັບສະຫະພາບເອີຣົບ ແລະອົງການອະນາໄມໂລກ ເນື່ອງຈາກວ່າທັງສອງລ້ວນແລ້ວແຕ່ແມ່ນຄູ່ຮ່ວມມືທີ່ສຳຄັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ພວກເຮົາພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນໃນການເສີມສ້າງແນວທາງການຮ່ວມມືໃນພາກພື້ນເພື່ອຍົກສູງສະມາຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂື້ນກວ່າເກົ່າໂດຍຄຽງຄູ່ໄປກັບການຟື້ນຟູຈາກການລະບາດຂອງພະຍາດດັ່ງກ່າວ.

”ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາສປປລາວກ່າວວ່າ: “ເພື່ອແກ້ໄຂຜົນກະທົບດ້ານສຸຂະພາບແລະເສດຖະກິດ-ສັງຄົມທີ່ໄດ້ຮັບຈາກການລະບາດດັ່ງກ່າວນີ້, ສະຫະພາບເອີຣົບໄດ້ຈັດຕັ້ງແຜນງານຄືນໃໝ່ເພື່ອສຸມໃສ່ການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ອຸປະກອນ ແລະວັກຊີນເຊິ່ງເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການເອົາຊະນະວິກິດການໃນຄັ້ງນີ້.

ພວກເຮົາທຸກຄົນລ້ວນແຕ່ມີສ່ວນຮ່ວມໃນການຕໍ່ສູ້ກັບບັນຫາດັ່ງກ່າວ ແລະໃນຖານະທີ່ເປັນຄູ່ຮ່ວມມືພວກເຮົາຫວັງຢາກໃຫ້ທຸກຄົນເຂັ້ມແຂງກ້າວໄປຂ້າງໜ້າພ້ອມໆກັນ.”ບັນດາບຸລິມະສິດຂອງໂຄງການນີ້ແມ່ນສອດຄ່ອງກັບແຜນຍຸດທະສາດເພື່ອການກຽມຄວາມພ້ອມ ແລະຕອບໂຕ້ດ້ານສຸຂະພາບແຫ່ງຊາດປີ 2020-2025. ເຊິ່ງຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ແຕ່ທໍາອິດໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດເຂົ້າອອກປະເທດ, ສູນປະຕິບັດງານສຸກເສີນໃນລະດັບສູນກາງ ແລະຂັ້ນແຂວງ;

ກຽມພ້ອມຮັບມືໃນສູນຈໍາກັດບໍລິເວນ ແລະສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ, ເພີ່ມຄວາມອາດສາມາດໃນການປ້ອງກັນ ແລະຄວບຄຸມການຕິດເຊື້ອ (IPC); ນໍ້າ, ສຸຂາພິບານ ແລະສຸຂະອະນາໄມ (WASH) ແລະການຄຸ້ມຄອງຈັດການສິ່ງເສດເຫຼືອ.ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ຍັງໄດ້ປະກາດວ່າສະຫະພາບເອີຣົບ ແລະບັນດາປະເທດສະມາຊິກມີຄວາມຕັ້ງໃຈຢ່າງສູງທີ່ຈະຮັບປະກັນວ່າຈະບໍ່ມີໃຜຖືກປະຖີ້ມໃນໂຄງການສັກຢາກັນພະຍາດທົ່ວໂລກ ກໍ່ຄືຜ່ານCOVAX.

ຂ້າພະເຈົ້າຍິນດີ ແຈ້ງໃຫ້ບັນດາທ່ານຊາບວ່າ: ປະທານຄະນະກຳມະທິການເອີຣົບ ທ່ານນາງເອຊູລ້າຟອນເດີເຣເຢັນໄດ້ປະກາດໃນກອງປະຊຸມG7 ທີ່ຜ່ານມາວ່າ ທີມເອີຣົບໄດ້ສະໜອງການຊ່ວຍເຫຼືອ ແກ່ປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ, ເຊິ່ງລວມທັງ ສປປລາວ, ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງການສັກຢາວັກຊິນກັນພະຍາດໂຄວິດ-19. ພວກເຮົາມີຄວາມພູມໃຈທີ່ທີມເອີຣົບເປັນຜູ້ປະກອບສ່ວນໃຫຍ່ທີ່ສຸດໃຫ້ກັບCOVAX”

ນອກຈາກນັ້ນ, ສະຫະພາບເອີຣົບມີຄວາມຍິນດີເປັນຢ່າງສູງທີ່ປະເທດລາວຈະໄດ້ຮັບວັກຊີນຊຸດທໍາອິດໃນຈຳນວນ 480,000 ໂດສ, ໂດຍຜ່ານCOVAX.ດຣ. ມາກເຈຄອບສ໌, ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປລາວ ກ່າວວ່າ: ໃນຊຸມປີທີ່ຜ່ານມາ, ອົງການອະນາໄມໂລກໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການແກ່ກະຊວງສາທາລະນະສຸກ ໃນການຕອບໂຕ້ກັບພະຍາດໂຄວິດ-19ພ້ອມທັງຊ່ວຍພັດທະນາ, ສະຫຼຸບແຜນຍຸດທະສາດແລະແຜນການການຕອບສະໜອງລະດັບຊາດ ເພື່ອຄວບຄຸມພະຍາດໂຄວິດ-19 ອັນມີບົດບາດສຳຄັນຕໍ່ການປະສານງານກັບບັນດາຄູ່ຮ່ວມມື.

ສິ່ງດັ່ງກ່າວນີ້ເປັນສານຕໍ່ການສະໜັບສະໜູນຂອງພວກເຮົາໃນໄລຍະເວລາຫຼາຍປີທີ່ຜ່ານມາເພື່ອຊ່ວຍໃຫ້ປະເທດສາມາດສ້າງຄວາມເຂັ້ມແຂງໃນລະບົບສາທາລະນະສຸກ ແລະມີຄວາມພ້ອມໃນການຮັບມືກັບໄພຂົ່ມຂູ່ຕ່າງໆກໍ່ຄືພະຍາດໂຄວິດ-19. ການຮ່ວມມືກັບສະຫະພາບເອີຣົບແມ່ນການຮ່ວມມືທີ່ສຳຄັນໃນການເພີ່ມທະວີຄວາມພະຍາຍາມດັ່ງກ່າວນີ້.

”ໂຄງການສະໜັບສະໜູນຈາກສະຫະພາບເອີຣົບ ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ຈໍານວນ 2.800.000 ເອີໂຣ ຫລື ປະມານ 32 ຕື້ກີບ ຈະດໍາເນີນເປັນເວລາ3 ປີ ຄືແຕ່ປີ 2021 – 2023

ShareTweetShare
Next Post
ປະເທດຫວຽດນາມຜະລິດວັັກຊີນ ໂຄວິ ດ ເອງ ຄາດຈະພ້ອມໃຊ້ໃນທ້າຍປີນີ້

ປະເທດຫວຽດນາມຜະລິດວັັກຊີນ ໂຄວິ ດ ເອງ ຄາດຈະພ້ອມໃຊ້ໃນທ້າຍປີນີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...