ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປະເທດຫວຽດນາມຜະລິດວັັກຊີນ ໂຄວິ ດ ເອງ ຄາດຈະພ້ອມໃຊ້ໃນທ້າຍປີນີ້

Staff by Staff
ເດືອນມີນາ 18, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ເປີດ​ເຜີຍ​ວ່າ: ນາ​ໂນ​ໂຄ​ແວັກ (Nanocovax) ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຊະນິດ​ທຳ​ອິດ​ທີ່​ພັດທະນາ​ໃນ​ປະ​ເທດ ຄາດ​ວ່າ​ຈະ​ພ້ອມ​ນຳ​ໃຊ້​ໃນ​ໄຕ​ມາດ​ທີ 4 ຂອງ​ປີ​ນີ້ ​ແລະ ຈະ​ເລີ່​ມ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2022.ວັກ​ຊີ​ນນາ​ໂນ​ໂຄ​ແວັກ​ພັດທະນາ​ໂດຍ​ບໍລິສັດ​ນາ​ໂນ​ເຈນ ຟາ​ມາ​ຊູ​ຕິ​ຄໍ ​ໄບ​ໂອ​ເທັກ​ໂນ​​ໂລ​ຊີ ​ເຈ​ເອັສຊີ

(Nanogen Pharmaceutical Biotechnology JSC) ​ແລະ ​ເປັນ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຊະນິດ​ທຳ​ອິດ​ທີ່​ເຂົ້າສູ່​ຂະ​ບວນການ​ທົດ​ລອງ​ໃນ​ມະນຸດ​ເມື່ອ​ເດືອນ​ທັນວາ​ປີຜ່ານມາ.​ເຊິ່ງຕອນ​ນີ້​ການ​ທົດ​ລອງ​ວັກ​ຊີ​ນ​ໃນ​ໄລຍະ​ທຳ​ອິດ​ສຳ​ເລັດ​ຮຽບ​ຮ້ອຍ​ແລ້ວ ​ແລະ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ, ກະຊວງ​ສາທາລະນະ​ສຸກ​ເປີດ​ເຜີຍ​ວ່າ: ອາດ​ຫລຸດ​ເວລາ​ໃນ​

ການ​ທົດ​ລອງ​ວັກ​ຊີ​ນ​ໄລຍະ​ທີ 2 ຈາກ 6 ​ເດືອນ​ເປັນ 3 ​ເດືອນ ​ເຊິ່ງຄາດ​ວ່າ​ຈະ​ສຳ​ເລັດ​ພາຍ​ໃນ​ເດືອນ​ພຶດສະພາ.ທັງ​ນີ້, ຫວຽດນາມ​ໄດ້​ພັດທະນາ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໃນ​ປະ​ເທດ​ທັງ​ໝົດ 4 ຊະນິດ, ໜຶ່ງ​ໃນ​ນັ້ນຄື​ວັກ​ຊີ​ນ​ໂຄ​ວີ​ແວັກ (Covivac) ​ເຊິ່ງ​ເປັນ​ວັກ​ຊີ​ນຊະນິດ​ທີ​ສອງ​ທີ່​ຫວຽດນາມ​ຜະລິດ​ເອງ​ໃນ​ປະ​ເທດ.​ໂດຍ​ສະ​ຖາ​ບັນ​ວັກ​ຊີ​ນ ​ແລະ ຊີວະ​

ວິທະຍາ​ທາງ​ການ​ແພດ​ຫວຽດນາມ (IVAC) ​ໄດ້​ທົດ​ລອງ​ໃນ​ມະນຸດ​ເປັນຄັ້ງທຳ​ອິດ​ເມື່ອ​ວັນ​ທີ 15 ມີນາ​ຜ່ານ​ມາ ກັບ​ອາສາ​ສະໝັກ 6 ຄົນ ອາຍຸ​ລະຫວ່າງ 18-59 ປີ ​ໂດຍ​ຕັ້ງ​ເປົ້າທົດ​ລອງ​ກັບ​ອາສາ​ສະໝັກ​ທັງ​ໝົດ 120 ຄົນ​ໃນ​ໄລຍະ​ທຳ​ອິດ ​ແລະ ຄາດ​ວ່າ​ຈະ​ມີ​ການ​ຜະລິດ​ວັກ​ຊີ​ນ​ໄດ້​ພາຍ​ໃນ​ປີ​ນີ້.

ນອກຈາ​ກນີ້ ຍັງ​ມີ​ວັກ​ຊີ​ນທີ່​ຜະລິດ​ໂດຍ​ບໍລິສັດ​ວັກ​ຊີ​ນ ​ແລະ ຢາ​ຊີວະ​ວັດຖຸ​ໝາຍ​ເລກ 1 (Vabiotech) ​ແລະ ບໍລິສັດ​ວັກ​ຊີ​ນ ​ແລະ ຢາ​ຊີວະ​ວັດຖຸ (Polyvac) ​ເຊິ່ງຍັງ​ບໍ່​ເຂົ້າສູ່​ຂະ​ບວນການ​ທົດ​ລອງ​ໃນ​ມະນຸດ.

ShareTweetShare
Next Post
ລົບລ້າງຄຳດູຖູກ ຈາກນາງງາມທິດາຊ້າງ ສູ່ຜູ້ເຂົ້າປະກວດ Miss World Laos 2021 ມຸ້ຍທິດາ ກາລັນຕີ w19

ລົບລ້າງຄຳດູຖູກ ຈາກນາງງາມທິດາຊ້າງ ສູ່ຜູ້ເຂົ້າປະກວດ Miss World Laos 2021 ມຸ້ຍທິດາ ກາລັນຕີ w19

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...