ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ແຈ້ງໃຫ້ຮູ້ວ່າ: ຊາຍໜຸ່ມ ອາຍຸ 28 ປີ ໃຊ້ ປື ນ ຍິ ງ ຕົວເອງເສຍຊີວິດຄາລົດຈິບ ຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກໍາແພງນະຄອນ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022 ທີ່ຜ່ານມານີ້ເປັນປະຊາຊົນຢູ່ບ້ານໂພນສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍໄດ້ມາພັກເຊົາຢູ່ບ້ານໂພນພະເນົາ.
![](https://kkklao.com/wp-content/uploads/2022/10/1.png)
ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ແຈ້ງໃຫ້ຮູ້ຕື່ມວ່າ: ໃນເວລາທີ່ລົງສັນລະສູດ, ລົດຄັນດັ່ງກ່າວ ຍັງຕິດຈັກຢູ່ ແລະ ລົດແມ່ນລັອກປະຕູທາງດ້ານໃນ ແລະ ບໍ່ມີຮ່ອງຮອຍລູກປືນຈາກດ້ານນອກລົດ.
![](https://kkklao.com/wp-content/uploads/2022/10/2-576x1024-1.jpg)
ສ່ວນປະຕູຫຼັງຊ້າຍແມ່ນຫຼານຂອງຜູ້ເສຍຊີວິດເອົາກ້ອນຫີນທຸບເພື່ອເປີດປະຕູ, ຜູ້ເສຍຊີວິດແມ່ນນັ່ງຢູ່ຂ້າງເບາະໜ້າເບື້ອງຄົນຂັບ ຖືກ ປື ນ ຍິ ງ ເຂົ້າຂະໝັບເບື້ອງຂວາທະລຸເບື້ອງຊ້າຍເສຍຊີວິດຄາລົດ, ພົບເຫັນ ປື ນ ສັ້ນ ຊີແຊັດ 75. 9 ມມ 1 ກະບອກ ວາງຢູ່ວ່າງຂາ ມີລູກ ປື ນ ໃນລຳກ້ອງ 1 ນັດ ແລະ ມີລູກ ປື ນ ຢູ່ເບາະນັ່ງເບື້ອງຄົນຂັບ 4 ລູກ ແລະ ເບາະຂ້າງຄົນຂັບ 4 ລູກ ແລະ ຢູ່ໃນຕັບໂລ້ລົດອີກຈໍານວນໜຶ່ງ ແຕ່ຍັງບໍ່ຮູ້ແຮງຈຸງໃຈໃນການໃຊ້ປື ນ ຍິ ງ ຕົວເອງໃນຄັ້ງນີ້.
![](https://kkklao.com/wp-content/uploads/2022/10/1.jpg)
ຈຸດເກີດເຫດ ແມ່ນຫ່າງຈາກເຮືອນຜູ້ກ່ຽວອາໄສຢູ່ໃນປັດຈຸບັນປະມານ 250-300 ແມັດ.
ທີ່ມາ: ໜັງສືພິມຄວາມສະຫງົບ