ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ ວັນທີ 9 ກັນຍາ 2022, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ຈັບຜູ້ສົ່ງຢາ ບ້ າ ເຂົ້າເມືອງປາກງື່ມ ຈໍານວນ 23 ພັນກວ່າເມັດ.

ເປົ້າໝາຍທີ່ຖືກຈັບ ຊື່ ທ້າວ ແຮ່ວ ອາຍຸ 37 ປີ ບ້ານ ຜາງແຫ້ງ ເມືອງນາຊາຍທອງ ສາລະພາບວ່າ: ຢ າ ບ້ າ ຈໍານວນດັ່ງກ່າວໄດ້ ຊື້ນໍາຊາຍຄົນໜຶ່ງ ຢູ່ບ້ານ ສີເກີດ ເມືອງນາຊາຍທອງ ນວ, ຊື້ຄັ້ງລະ 12.000 ເມັດ, ຫຼາຍຄັ້ງ,

ເຊິ່ງຄັ້ງຫຼ້າສຸດແມ່ນ ຊື້ຈຳນວນ 18 ມັດ ມີ 36.000 ເມັດ, ພໍໄດ້ຢ າ ບ້ າ ມາແລ້ວ ກໍເອົາໄປຂາຍ ໃຫ້ກັບໄວລຸ້ນທົ່ວໄປ ຢູ່ບ້ານໃກ້ຄຽງ. ຕົກມາຮອດເວລາ 13:20 ໂມງ ຂອງວັນທີ 9 ກັນຍາ 2022,

ກຳລັງຂັບຂີ່ລົດຈັກ ຈະໄປສົ່ງຢ າ ບ້ າ ໃຫ້ຜູ້ຮ່ວມຂະບວນການ ຢູ່ເຂດບ້ານຫົວນາ ເມືອງປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ລໍ້ຈັບຕົວ ພ້ອມຂອງກາງຈຳນວນ 23.505 ເມັດ.
