ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກອງປະຊູມຄັ້ງປະຖົມມະລຶກສະມາຊິກສະພາແຫ່ງຊາດຊຸດທີ IX (ຈຳນວນ 164 ທ່ານ) ຈະພິຈາລະນາຮັບຮອງເອົາກົງຈັກ ແລະ ບຸກຄະລາກອນ

Staff by Staff
ເດືອນມີນາ 3, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ນັບຖອຍຫຼັງ “ວັນທີ 22 ມີນາ 2021, ກອງປະຊູມຄັ້ງປະຖົມມະລຶກສະມາຊິກສະພາແຫ່ງຊາດຊຸດທີ IX (ຈຳນວນ 164 ທ່ານ) ຈະພິຈາລະນາຮັບຮອງເອົາກົງຈັກ ແລະ ບຸກຄະລາກອນ: (1) ສະພາແຫ່ງຊາດ, (2) ປະທານປະເທດ, (3) ລັດຖະບານ ແລະ (4) ອົງການໄອຍາການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ອົງການກວດສອບແຫ່ງລັດ.”

(1). ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ;(1). ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ;

(2). ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:ພິຈາລະນາ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ,ເລືອກຕັ້ງເອົາຕຳແໜ່ງຂັ້ນສູງສຸດຂອງອົງການອຳນາດລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ ແລະ ຮອງປະທານປະເທດ, ນາຍົກລັດຖະມົນຕິ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ປະທານອົງການກວດສອບແຫ່ງລັດ,

  1. ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ ຍົກຍ້າຍ ຫຼື ປົດຕໍາແໜ່ງຂັ້ນສູງສຸດຂອງອົງການອໍານາດລັດເຊັ່ນ: ປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕິ ແລະ ສະມາຊິກລັດຖະບານ, ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ,
  1. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນດັດແກ້ງົບປະມານແຫ່ງລັດ,
  2. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກກະຊວງ ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມການສະເໜີຂອງນາຍົກລັດຖະມົນຕີ,
  3. ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນ ຫາກໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ,
  1. ພິຈາລະນາ ຮັບຮອງເອົາການໃຫ້ນີລະໂທດສະກຳ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ,
  2. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ;

(3). ສະມາຊິກສະພາແຫ່ງຊາດແມ່ນໃຜ ແລະ ມີມາດຕະຖານແນວໃດ:ໜື່ງ. ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.ສອງ. ຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຖານຄົບຖ້ວນ ຄື:

  1. ເປັນພົນລະເມືອງລາວ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;
  1. ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ;

ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ;ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ;

3. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາ ມາດປະຕິບັດໜ້າທີ່ຂອງຕົນໄດ້;

4. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສໍາຄັນຕ້ອງມີສຸຂະພາບດີ,

3. ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ,

4. ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.

ShareTweetShare
Next Post
ສະພາການຄ້າແຂວງ, ບໍລິສັດສາລະວັນພັດທະນາ ມອບອຸປະກອນການຮຽນ ມູນຄ່າ 17 ລ້ານກວ່າກີບ ໃຫ້ໂຮງຮຽນປະຖົມບ້ານນາໂພໃຫຍ່

ສະພາການຄ້າແຂວງ, ບໍລິສັດສາລະວັນພັດທະນາ ມອບອຸປະກອນການຮຽນ ມູນຄ່າ 17 ລ້ານກວ່າກີບ ໃຫ້ໂຮງຮຽນປະຖົມບ້ານນາໂພໃຫຍ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການເລກທີ 0117/ກປ ເລື່ອງ ໃຫ້ຢຸດການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...