ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະພາການຄ້າແຂວງ, ບໍລິສັດສາລະວັນພັດທະນາ ມອບອຸປະກອນການຮຽນ ມູນຄ່າ 17 ລ້ານກວ່າກີບ ໃຫ້ໂຮງຮຽນປະຖົມບ້ານນາໂພໃຫຍ່

Staff by Staff
ເດືອນມີນາ 3, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສະພາການຄ້າ ແລະອຸດສາຫະກຳການຄ້າແຂວງສາລະວັນ ຮ່ວມກັບບໍລິສັດສາລະວັນພັດທະນາ ແລະອົງການປົກຄອງເມືອງສາລະວັນ ໄດ້ນຳເອົາອຸປະກອນການຮຽນ-ການສອນ, ອຸປະກອນກິລາ, ເຈວລ້າງມື ແລະຢາປົວພະຍາດຈຳນວນໜື່ງ ລວມມູນຄ່າ 14 ລ້ານກວ່າກີບ

ມອບໃຫ້ໂຮງຮຽນມູນລະປະຖົມ ບ້ານນາໂພໃຫຍ່(ຄຸ້ມໜອງສະໂນ) ແລະ ສະພາການຄ້າ ແລະອຸດສາຫະກຳການຄ້າແຂວງ ກໍ່ໄດ້ມອບເງິນອຸດໜູນໃຫ້ຄູສອນ(ຄູອາສະໝັກ) 1 ຄົນ ທີ່ສິດສອນນ້ອງໆນັກຮຽນຢູ່ໂຮງຮຽນບ້ານນາໂພໃຫຍ່ ມູນຄ່າ 2 ລ້ານກີບ ແລະ ຈະສືບຕໍ່ອຸດໜູນໃຫ້ຄູໃນແຕ່ລະປີ.

ນອກນັ້ນ ບໍລິສັດແສງເພັດ ເມືອງວາປີ ກໍ່ໄດ້ມອບເງິນຊ່ວຍເຫຼືອຕໍ່ເຕີມສ້າງໂຮງຮຽນ 1 ລ້ານກີບ. ລວມມູນຄ່າການຊ່ວຍເຫຼືອທັງໝົດ 17 ລ້ານກວ່າກີບ. ໂດຍຕ່າງໜ້າມອບຂອງ ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມດ້ວຍທີມງານ, ທ່ານເຈົ້າເມືອງ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ໂຮງຮຽນມູນລະປະຖົມບ້ານນາໂພໃຫຍ່( ຄຸ້ມໜອງສະໂນ) ແມ່ນເປັນໂຮງຮຽນໄມ້ 1 ຫຼັງ, ມີ 2 ຫ້ອງຮຽນຄື ຫ້ອງປໍ1 ແລະປໍ 2, ມີນັກຮຽນທັງໝົດ 48 ຄົນ, ຍິງ 28 ຄົນ, ມີຄູສອນ 1 ຄົນ(ຄູອາສາສະໝັກ).

ຄຸ້ມໜອງສະໂນ ແມ່ນໄກຈາກເທດສະບານເມືອງສາລະວັນປະມານ 45 ກິໂລແມັດ, ເປັນເສັ້ນທາງດິນແດງເຂົ້າເຖິງບ້ານສາມາດໄປມາໄດ້ທັງສອງລະດູ ສຳລັບການການເດີນໄປມາແມ່ນຄວາມຫຍຸ້ງຍາກພໍສົມຄວນ, ໃນບ້ານມີປະຊາກອນທັງໝົດ 135 ຄົນ,ຍິງ 69 ຄົນ, ມີ 15 ຫຼັງຄາເຮືອນ,ມີ 24 ຄອບຄົວ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນມີອາຊີບເຮັດນາ, ປູກຝັງ, ລ້ຽງສັດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ມີນາ 2021 ທີ່ໂຮງຮຽນມູນລະປະຖົມບ້ານ ນາໂພໃຫຍ່( ຄຸ້ມໜອງສະໂນ). ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີລອນ ສີສົມບູນ ເຈົ້າໆເມືອງສາລະວັນ, ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາ ແລະອູດສາຫະກຳການຄ້າແຂວງ, ມີກຸ່ມທຸລະກິດ ແລະອຳນາດການປົກຄອງເມືອງ-ບ້ານ, ນັກຮຽນ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທີ່ມາຂອງຂ່າວ: SALAVANHNEWSPAPER

ໂດຍທິດລານີ ໂຄດໂຍທາ.

ShareTweetShare
Next Post
ຫິມະຕົກໜັກ ໃນ ສ.ເກົາຫລີ ເສຍຊີວິດ-ບາດເຈັບເກືອບ 70 ຄົນ

ຫິມະຕົກໜັກ ໃນ ສ.ເກົາຫລີ ເສຍຊີວິດ-ບາດເຈັບເກືອບ 70 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...