ວັນທີ 15 ກໍລະກົດນີ້, ທີ່ຫ້ອງການສຳນັກງານນາຍົກລັດຖະມົນຕີ, ໂດຍໄດ້ຮັບການມອບໝາຍໂດຍກົງຈາກທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະຮັບຜິດຊອບ, ຄູຝຶກແລະນັກກິລາ U19 ລາວຊາບວ່າ: ລັດຖະບານ, ປະຊາຊົນລາວທົ່ວປະເທດຕິດຕາມຢ່າງໃກ້ຊິດ ແລະປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ໄຊຊະນະຂອງການແຂ່ງຂັນ 5 ນັດ, 5 ໄຊຊະນະລວດຂອງທິມຊາດ U19 ລາວ.
![](https://kkklao.com/wp-content/uploads/2022/07/1-5-1024x528.png)
ພ້ອມກັນນີ້ລັດຖະບານແລະປະຊາຊົນທົ່ວປະເທດທຸກຄົນສະໜັບສະໜູນສຸດຂີດ, ເປັນກຳລັງໃຈອັນແຮງກ້າ ແລະອວຍພອນໃຫ້ແກ່ນັກກິລາເຕະບານ U19 ລາວຕ້ອງເອົາຊະນະໃນການແຂ່ງຂັນໃນຄໍ່າຄືນມື້ນີ້, ຍາດເອົາລາງວັນແຂ່ງຂັນຊະນະເລີດມາປະດັບເອ້ໃຫ້ກຽດສັກສີຂອງປະເທດຊາດບ້ານເມືອງຂອງພວກເຮົາ.
![](https://kkklao.com/wp-content/uploads/2022/07/2-5-1024x530.png)
U19 ລາວ ໝາກເຜັດຂີ້ໜູ ສູ້ສູ້ U19ລາວ ໝາກເຜັດຂີ້ໜູ ມີໄຊ ມີໄຊ
ຄລິບ
Discussion about this post