ເຈົ້າໜ້າທີ່ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຂົ້າຈັບຜູ້ຖືກສົງໄສ ຄ້າຂາຍອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊື່ ທ້າວ ວັນນະສອນ ອາຍຸ 25 ປີ, ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ
![](http://kkklao.com/wp-content/uploads/2022/07/Screenshot_20220715-133916-473x1024.jpg)
ໃນເວລາຈັບກຸມມີການຂັດຂວາງຕໍ່ສູ້ໃຊ້ອາວຸດປືນຍິງໃສ່ເຈົ້າໜ້າທີ່ 5 ນັດ ເວລາຕໍ່ມາ ເຈົ້າໜ້າທີ່ຈັບຕົວໄດ້ ພ້ອມທັງກວດພົບເຫັນຂອງກາງປືນສັ້ນ 6 ກະບອກ, ລູກປືນ AK 100 ລູກ, ລູກປືນ 380 ຈໍານວນ 40 ລູກ, ລູກປືນ 9 ມມ 40 ລູກ, ລູກປືນແວ່ງ 100 ລູກ ແລະ ລູກປືນ 59 ຈໍານວນ 45 ລູກ ມາດໍາເນີນຄະດີ.
![](https://kkklao.com/wp-content/uploads/2022/07/Screenshot_20220715-154116-1024x814.jpg)
ຜ່ານການສອບສວນ ທ້າວ ວັນນະສອນ ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍອາວຸດເສີກ ແຕ່ເດືອນ 4 ປີ 2021, ເປັນຕົ້ນມາ, ປືນທີ່ນຳມາຊື້ຂາຍ ໄດ້ຊື້ມາຈາກປະເທດເພື່ອນບ້ານ ສັ່ງຜ່ານລະບົບອອນລາຍ,
![](http://kkklao.com/wp-content/uploads/2022/07/FB_IMG_1657866826115-768x1024.jpg)
ຫຼັງຈາກໄດ້ປືນມາແລ້ວ ກໍ່ນຳມາໂຄສະນາຂາຍ ທາງສື່ສັງຄົມອອນລາຍເຟັສບຸກ, ເມື່ອມີຜູ້ຕ້ອງການກໍນັດໝາຍຊື້ຂາຍ, ຜ່ານມາໄດ້ສັ່ງຊື້ປືນມາຂາຍທັງໝົດ 30 ກະບອກ.
![](http://kkklao.com/wp-content/uploads/2022/07/Screenshot_20220715-133535-779x1024.jpg)
ປັດຈຸບັນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ກຳລັງດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂ່າວ-ພາບ: ປ້ອງກັນຄວາມສະຫງົບນະຄອນຫຼວງ
Discussion about this post