ຈະເຫັນວ່າຄ່າເງິນຂອງບັນດາປະເທດອາຊຽນເກືອບທຸກປະເທດອ່ອນຄ່າຫມົດ ຢູ່ທີ່ວ່າປະເທດໃດອ່ອນຄ່າຫຼາຍຫຼືໜ່ອຍເທົ່າໃດ! ແຕ່ປະເທດລາວເປັນປະເທດທີ່ມີຄ່າເງິນອ່ອນຄ່າທີ່ສຸດໃນບັນດາປະເທດອາຊຽນ ເຊິ່ງເລດຊື້-ຂາຍໃນລາຄາສາກົນວັນທີ່ 01/01/2022 ຢູ່ທີ່ 11,142 ກີບ/ໂດລາ ມາຮອດວັນທີ 01/06/2022 ຢູ່ທີ່ 15,017 ກີບ/ໂດລາ ຫຼືຄິດເປັນ 34.77% ຂອງການອ່ອນຄ່າພາຍໃນໄລຍະເວລາ 6 ເດືອນເທົ່ານັ້ນ ແລະ ຍັງເປັນຊ່ວງຄ່າເງິນກີບອ່ອນຄ່າສູງສຸດໃນປະຫວັດສາດ
![](https://kkklao.com/wp-content/uploads/2022/07/666.png)
ແລະທີ່ສຳຄັນຖ້າທ້າຍປີນີ້ ຖ້າຍັງບໍ່ມີແຜນຫຼືມາດຕະການຮັບມື ອາດພົບບັນຫາມໍລະສຸມເສດຖະກິດຄັ້ງໃຫຍ່ຂອງໂລກ ທີ່ຈະສົ່ງຜົນຕໍ່ຄ່າເງິນແລະເສດຖະກິດລາວໄດ້ອີກຢ່າງແນ່ນອນ
![](https://kkklao.com/wp-content/uploads/2022/07/2-1.jpg)
*ໜາຍເຫດ: ທຸກສະກຸນເງິນແມ່ນອີງຕາມອັດຕາແລກປ່ຽນຊື້-ຂາຍໃນຕະຫຼາດສາກົນ ຕັ້ງແຕ່ວັນທີ່ 01/01/2022-02/06/2022
ທີ່ມາ: Bloomberg & Investing ແລະ 10 STORY ເລື່ອງເລົ່າຂອງ 10
Discussion about this post