ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ

ກຂຄ ລາວ by ກຂຄ ລາວ
ເດືອນກໍລະກົດ 4, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ອາດສົ່ງຜົນອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ

ຕາມການລາຍງານຈາກພາກສະໜາມໄດ້ໃຫ້ຮູ້ວ່າ, ຜ່ານມາໄດ້ມີເຫດການສັດລ້ຽງທີ່ຖືກປ່ອຍເຂົ້າມາໃນເຂດແລວທາງລົດໄຟເປັນຈຳນວນຫຼາຍຄັ້ງ, ສາເຫດກໍມາຈາກມີປະຊາຊົນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະປ່ອຍ, ລ້ຽງສັດຢູ່ໃກ້ບໍລິເວນແລວທາງລົດໄຟ ແລະ ອີກສາເຫດໜຶ່ງກໍແມ່ນເນື່ອງຈາກວ່າມີຄົນບໍ່ດີໄປລັກຮົ້ວ ແລະ ທໍາລາຍຮົ້ວກັ້ນຄວາມປອດໄພແລວທາງລົດໄຟ, ຈິ່ງເຮັດໃຫ້ມີສັດລ້ຽງເຂົ້າໄປໃນແລວທາງລົດໄຟ ພາໃຫ້ເກີດອຸປະຕິເຫດ ລົດໄຟຕໍາສັດລ້ຽງ, ເຊີ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຫຼາຍເທື່ອເຮັດໃຫ້ລົດໄຟຈຳເປັນຕ້ອງໄດ້ຢຸດແບບສຸກເສີນ ຫຼື ຈອດລົດຊົ່ວຄາວເພື່ອກວດກາຄວາມເສຍຫາຍ ໃຫ້ມີຄວາມຮັບປະກັນຄວາມປອດໄພ ຈຶ່ງສາມາດເດີນລົດໄຟຕໍ່.

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ເປັນສິ່ງທີ່ຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ (ທຸກຄົນສາມາດຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການລົດໄຟໄດ້ຈາກລິ້ງນີ້: https://na.gov.la/…/2021/11/law_lodfai-new29_1_2019.pdf). ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 11 ໄດ້ລະບຸໄວ້ຢ່າງຊັດເຈນວ່າ “ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໄປລ້ຽງ, ປ່ອຍ ແລະ ເຄື່ອນຍ້າຍສັດລ້ຽງ ຕາມທາງລົດໄຟຢ່າງເດັດຂາດ” ແລະ ກົດໝາຍມາດຕາທີ 137 ຂໍ້ທີ 4 ໄດ້ລະບຸວ່າ “ຫ້າມບຸກຄົນມ້າງເພ, ທຳລາຍໂຄງປະກອບ ແລະ ສິ່ງປະກອບທາງລົດໄຟຢ່າງເດັດຂາດ”.

ພ້ອມນັ້ນ, ຫາກປະຊາຊົນຍັງບໍ່ເຄົາລົບຕໍ່ລະບຽບກົດໝາຍ, ອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ ແລະ ຍັງເຮັດໃຫ້ເປັນອັນຕະລາຍ ແລະ ເກີດຜົນເສຍຫາຍຕໍ່ຊັບສິນຂອງຊາດ. ນອກນັ້ນ, ຍັງຈະເປັນອັນຕະລາຍ ແກ່ຊິວິດຂອງປະຊາຊົນ ແລະ ສັດລ້ຽງເອງ ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພແລວທາງລົດໄຟບາງຈຸດອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ,

ໃນຂອບເຂດຮົ້ວປ້ອງກັນຄວາມປອດໄພແລວທາງລົດໄຟບາງຈຸດອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ, ອີກປະການໜຶ່ງ, ການຢຸດກະທັນຫັນຂອງຂະບວນລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງ, ເຊິ່ງບໍ່ສາມາດຢຸດທັນທີໄດ້, ໃນກໍລະນີຂະບວນລົດໄຟຕຳກັບສັດໃຫຍ່ແລ້ວ ກໍມີຄວາມສ່ຽງທີ່ຂະບວນລົດໄຟຈະຕົກລາງ, ເຊິ່ງຈະນຳຄວາມສູນເສຍອັນມະຫາສານມາສູ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານທຸກຄົນ, ເຊິ່ງເຫດການລັກສະນະແບບນີ້ກໍເຄີຍເກີດຂຶ້ນຢູ່ຕ່າງປະເທດມາແລ້ວຫຼາຍຄັ້ງ.

ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

….

…

…

ShareTweetShare
Next Post
ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ

ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...