ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທດສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍ ທີ່ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.
![](https://kkklao.com/wp-content/uploads/2022/07/4.jpg)
ສະນັ້ນ, ທາງເຈົ້າໜ້າທີ່ກວດກາຈຶ່ງໄດ້ສ້າງບົດບັນທຶກກັບປໍ້ານໍ້າມັນບ້ານຈ້ວມ ແລະ ບ້ານຫ້ວຍດິນຈີ່ ພ້ອມທັງໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດ ຈຶ່ງອະນຸຍາດໃຫ້ເປີດຂາຍຄືນໃຫມ່.
![](https://kkklao.com/wp-content/uploads/2022/07/3.jpg)
ພົບເຫັນການຈໍາໜ່າຍ ຫຼື ຂາຍນໍ້າມັນເຊື້ອໄຟ ເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ໂທແຈ້ງສາຍດ່ວນ 1510 ຫຼື ເຈົ້າໜ້າທີ່ກວດກາການຄ້າ 02055884442, 02059127300
![](https://kkklao.com/wp-content/uploads/2022/07/33.jpg)
….
![](https://kkklao.com/wp-content/uploads/2022/07/2.jpg)
ຂ່າວ: ຂະແໜງການຄ້າພາຍໃນ.
Discussion about this post