ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ພົບເຫັນຈຳນວນ 3 ປໍ້າ ກັກຕຸນນໍ້າມັນ (ປິດປໍ້າ ) ດ້ວຍຂໍ້ອ້າງ ຍ້ອນນໍ້າມັນໝົດ .
ຜ່ານການກວດກາ ພົບເຫັນປໍ້ານໍ້າມັນ ຈໍານວນ 3 ປໍ້າປິດຄື: ປໍ້ານໍ້າມັນ ຜູ້ຈັດການຢູ່ບ້ານດົງຄໍາຊ້າງ
ພົບເຫັນນໍ້າມັນຕົວຈິງຈໍານວນ 4.460 ລິດ, ນ້ຳມັນແອັດຊັງ ຈໍານວນ 1.980 ລິດ, ນ້ຳມັນກາຊວນ ຈໍານວນ 2.480 ລິດ.
ປໍ້ານໍ້າມັນອະນຸໄຊບໍລິການ ຕັ້ງຢູ່ບ້ານຫ້ວຍຫົງ ຜູ້ຈັດການຊື່ ນາງສຸພາສິດ ອາຍຸ 43 ປີ ບ້ານຕານມີໄຊ ເມືອງໄຊທານີ ນວ ພົບເຫັນນໍ້າມັນທັງໝົດ 2.800 ລິດ ໃນນີ້
ມີນ້ຳມັນແອັດຊັງ ຈໍານວນ 1.200 ລິດ, ນໍ້າມັນກາຊວນ 1.600 ລິດ ເຊິ່ງເຈົ້າໜ້າທີ່ ໄດ້ສຶກສາອົບຮົມກ່າວເຕືອນ ແຕ່ບໍ່ໄດ້ປັບໃໝ.
ສຳລັບປໍ້ານໍ້າມັນພີວີອອຍ ສີເມືອງ ຢູ່ບ້ານສີເມືອງ ຜູ້ບໍລິຫານຊື່ນາງ ລັດດາພອນ ບ້ານ ບໍ່ໂອ ເມືອງ ຫາດຊາຍຟອງ ນວ ພົບເຫັນນໍ້າມັນ ມີນໍ້າມັນແອັດຊັງ ຈໍານວນ 5.600 ລິດ, ນໍ້າມັນກາຊວນ10.000 ລິດ ທາງພະແນກອຸດສາຫະກຳໄດ້ເຊີນຜູ້ກ່ຽວເຂົ້າຊີ້ແຈງ.
Discussion about this post