ຫລວງນໍ້າທາ ສັ່ງ 3 ປໍ້າແບບບໍ່ມີກຳນົດ ແລະ ບໍ່ໃຫ້ເຈົ້າຂອງປ້ຳບໍລິການອີກຖ້າບໍ່ມີການອະນຸມັດກ່ອນ. ປໍ້ານໍ້າມັນສະຕາອອຍ ທົ່ງດີ, ຂົວຫົວ ແລະ ດອກຄູນ ເຫດຜົນຍ້ອນຂາຍເກີນລາຄາລັດກຳນົດ. ເຊີ່ງມີລາຍະອຽດດັ່ງນີ້:
ແຈ້ງການສັ່ງໂຈະ ເຖິງ: ທ່ານ ອັກຕະເດດ ສຸດທິບູນໂນລາດ, ເຈົ້າຂອງບ້ານ້ໍາມັນເຊື້ອໄຟ ສະຕາອອຍ.
ເລື້ອງ: ໃຫ້ໂຈະການເຄື່ອນໄຫວດໍາເນີນທຸລະກິດປ້ຳຂາຍຍ່ອຍນໍ້າມັນເຊື້ອໄຟ
– ອິງຕາມ: ກົດຫມາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ່ 02/ສພຊ, ລົງວັນທີ 30 ມິຖຸນາ 2010; – ອິງຕາມ: ດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດນ້ໍາມັນເຊື້ອໄຟ ເລກທີ່ 331/ນຍ, ວັນທີ 27 ຕຸລາ 2012; • ອຶງຕາມ: ດໍາລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະດ່າບໍລິການ ເລກທີ່ 474/ນຍ,ວັນທີ 18/11/2021; • ອິງຕາມ: ດໍາລັດສະບັບເລກທີ 508/ລບ, ລົງວັນທີ 4/12/2012 ວ່າດ້ວຍການກວດກາການຄ້າ;
ພະແນກອຸດສາຫະກໍາ ແລະການຄ້າແຂວງຫລວງນ້ຳທາ ໃນນາມຕາງຫນ້າຄະນະກໍາມະການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການຂັ້ນແຂວງ ຂໍແຈ້ງມາຍັງ ທ່ານ ອັກຄະເດດ ສຸດທິບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈໍານວນ 03 ນໍ້າ ຊຶ່ງມີລາຍ ລະອຽດດັ່ງນີ້:
![](https://kkklao.com/wp-content/uploads/2022/06/1-3.jpeg)
![](https://kkklao.com/wp-content/uploads/2022/06/2-688x1024.jpeg)
Discussion about this post