ໃນວັນທີ 24 ມິຖຸນາ 2022ນີ້ ຂະແຫນງການກ່ຽວຂ້ອງແຂວງຈຳປາສັກ ໄດ້ລົງກວດກາຮ້ານເກມໃນເຂດເທດ ສະບານນະຄອນປາກເຊ.
![](https://kkklao.com/wp-content/uploads/2022/06/1-46.jpg)
ໃນການລົງກວດກາຄັ້ງນີ້ ໄດ້ແຈ້ງ ແລະ ເຮັດບົດບັນທຶກ ກັບຜູ້ດຳເນີນກິດຈະການ ເພື່ອເປັນຫຼັກຖານ ແລະເພື່ອສະດວກໃນການຕິດຕາມກວດກາ, ຮັບປະກັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ແນໃສ່ການຫຼຸດຜ່ອນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ.
![](https://kkklao.com/wp-content/uploads/2022/06/2-40.jpg)
ພາກສ່ວນກ່ຽວຂ້ອງ ໄດ້ຮີບຮ້ອນແກ້ໄຂບັນຫາຮ້ານເກມອອນລາຍ,ຮ້ານພະນັນອອນລາຍຫ້າມບໍ່ໃຫ້ມີການບໍລິການຂາຍເຊີເກມການພະນັນ (ກາຊີໂນອອນລາຍ) ແລະຂາຍສິ່ງຂອງຜິດກົດໝາຍທຸກປະເພດ ແລະ ສຳລັບຜູ້ທີ່ບໍ່ມີໃບອະນຸຍາດ ຫຼື ໃບອະນຸຍາດໝົດອາຍຸໃຫ້ຢຸດເຊົາກິດຈະການທັນທີ ຖ້າຫາກກວດກາພົບເຫັນຈະຖືກປັບໃໝສອງລ້ານ ເຖີງ ຫ້າລ້ານກີບ ພ້ອມທັງຖືກມາດຕະການທາງກົດໝາຍ ຕາມແຕ່ກໍລະນີ.
![](https://kkklao.com/wp-content/uploads/2022/06/3-37.jpg)
ນອກນີ້ ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ສຶບຕໍ່ລົງກວດກາຮ້ານເກມຢູ່ 9 ເມືອງຕື່ມອີກ.
Discussion about this post