ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 4, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ມອບ-ຮັບຕຳແໜ່ງຜູ້ວ່າການທະນາຄານແຫ່ງ ສປປ​ ລາວ​ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່, ທ່ານນາຍົກໂອ້ລົມໃຫ້ມີສະຖຽນລະພາບໝັ້ນທ່ຽງ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 24, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນຕອນເຊົ້າວັນທີ 23 ມິຖຸນາ 2022 ທີ່ທະນາຄານ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່; ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ຄະນະນຳທະນາຄານ ແຫ່ງ ສປປ ລາວ; ຜູ້ຕາງໜ້າກະຊວງ-ອົງການທຽບເທົ່າ; ສະມາຊິກສະພາບໍລິຫານທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານເອກະສານກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງ ຮັບໜ້າທີ່ໃໝ່ ເປັນຕົ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສຳນັກງານນາຍົກລັດຖະມົນຕີ; ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສອນໄຊ ສິດພະໄຊ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ທະນາຄານແຫ່ງ ສປປ ລາວ;

ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນເລຂາຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ; ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການ​ເຄື່ອນ​ໄຫວ​ວຽກ​ງານ​ທະນາຄານ​ແຫ່ງ ສປປ ລາວ ໃນໄລຍະທີ່ທ່ານ ດຳລົງຕຳແໜ່ງ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວຜູ້ໃໝ່.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມພິທີ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງຊັບຊ້ອນ ສະມາຊິກລັດຖະບານ ໃນຄັ້ງນີ້; ໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນ ທາງດ້ານການເງິນ-ເງິນຕາ, ຜົນກະທົບ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະທດເຮົາ. ພ້ອມກັນນັ້ນ ທ່ານ ຍັງໄດ້ຕັ້ງບາງບັນຫາຂຶ້ນ ເພື່ອໃຫ້ພະນັກງານ-ລັດຖະກອນ ຂະແໜງການທະນາຄານ ທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ນຳໄປຄົ້ນຄວ້າ ແລະ ປັບປຸງແກ້ໄຂ ເປັນຕົ້ນ ຈະພັດທະນານະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ ຄືແນວໃດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນເລື້ອຍໆ; ຈະປັບປຸງໂຄງສ້າງ ແລະ ການບໍລິຫານ ໃນລະບົບສະຖາບັນການເງິນ ຄືແນວໃດ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ທັງເຮັດໃຫ້ການບໍລິການ ມີປະສິດທິຜົນ;

ຈະເຮັດແນວໃດ ເພື່ອສາມາດຫຼຸດຜ່ອນການຂາດດູນເງິນຕາຕ່າງປະເທດ ເປັນກ້າວໆ, ມີຄັງສຳຮອງໃຫ້ສາມາດຮັບປະກັນການນຳເຂົ້າ ຕາມແຜນທີ່ວາງໄວ້, ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຢູ່ໃນໃນລະດັບທີ່ສາມາດຄວບຄຸມໄດ້; ຈະປັບປຸງກົນໄກການຄຸ້ມຄອງອັດຕາແລກ ປ່ຽນຄືແນວໃດ ເພື່ອສ້າງສະຖຽນລະພາບຄ່າເງິນກີບ ໃຫ້ໝັ້ນທ່ຽງ; ຈະພັດທະນາລະບົບການຊຳລະ ແລະ ເຕັກໂນໂລຊີທາງດ້ານການເງິນ ເພື່ອໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສາມາດເຊື່ອມໂຍງກັບສາກົນໄດ້. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ທະນາຄານແຫ່ງ ສປປ ລາວ ປັບປຸງແບບແຜນວິທີເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ, ມີການປັບປຸງປ່ຽນແປງ ສູ່ອັນໃໝ່ທີ່ດີຂຶ້ນ ບົນພື້ນຖານຄວາມເປັນເອກະພາບພາຍໃນ ແລະ ດ້ວຍຄວາມລະມັດລະວັງສູງ;

ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ທົ່ວທະນາ ຄານແຫ່ງ ສປປ ລາວ ມີຄວາມເສຍສະຫຼະ, ຊື່ສັດບໍລິສຸດ, ເຫັນແກ່ຜົນປະໂຫຍດລວມຂອງຊາດ, ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ເຕັມກຳລັງແຮງຂອງຕົນ. ໃນຕອນທ້າຍ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກໍ່ໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບໝູ່ຄະນະ ກໍ່ຄືພະນັກງານທົ່ວທະນາຄານ ແຫ່ງສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຂັ້ນເທິງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ShareTweetShare
Next Post
ວ້າວຊົມເຊີຍ ສາວໃຈບຸນ ມອບລົດຈັກ ໃຫ້ຄູອາສາ 10 ປີ ບໍ່ໄດ້ໂກຕ່າ

ວ້າວຊົມເຊີຍ ສາວໃຈບຸນ ມອບລົດຈັກ ໃຫ້ຄູອາສາ 10 ປີ ບໍ່ໄດ້ໂກຕ່າ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...