ຂໍສະແດງຄວາມຍິນດີນຳ ຄູອາສາສອນມາ 10 ປີ ບໍ່ໄດ້ໂຄຕ້າ….ລາອອກໄດ້ເງິນ 500.000 ກີບ..ມື້ນີ້ມີສາວໃຈບຸນມອບລົດຈັກໃຫ້ເອົາໄປປະກອບໃຊ້ວຽກງານສ່ວນໂຕ..
![](https://kkklao.com/wp-content/uploads/2022/06/FB_IMG_1656034882305.jpg)
ຂ່າວກ່ອນໜ້ານີ້: ຄູເນັ່ງທ່າວ ເພຍຫລວງ ມີລູກນ້ອຍ5ຄົນ ຊີວິດແລະຄອບຄົວຂື້ນກັບ ຄອບຄົວນັກຮຽນທີ່ເກັບເຂົ້າສານໃຫ້ຄູອາສາຄົນນີ້ ປີນື່ງໄດ້ 200 ກິໂລ ກີນກູ້ມ 4ເດືອນ ອາຫານແຊບໆ ລູກເມັຍຄູເນັ່ງ ບໍ່ເຄີຍໄດ້ກີນ ເຄື່ອງນູ່ງໃໝ່ໆ ລູກຄູເນັ່ງ ບໍ່ເຄີຍໄດ້ນູ່ງ ລູກເພີ່ນ 3 ຄົນຮົ່ມຜ້າຮົ່ມຜືນດຽວ ມູ້ງດາງເກົ່າໆ . ຄວາມຫວັງຂອງຄູອາສາໄດ້ແຕ່ ພາວະນາ ຍໍມືນົບສາທຸ ຂໍໃຫ້ໄດ້ລັດຖະກອນ ມີເງີນເດືອນກີນ ຈະໄດ້ເຮັດໃຫ້ຊີວິດຄອບຄົວດີຂື້ນ
![](http://kkklao.com/wp-content/uploads/2022/06/1-31.jpg)
ຄວາມອົດທົນບໍ່ມີຂາຍ ໃຊ້ມັນຫລາຍມັນກໍ່ຫມົດ. ໃນເມື່ອອົດເບີ່ງຊີວິດ ແລະສະພາບຄອບຄົວບໍ່ໄດ້ ຈື່ງຕັດສີນໃຈ ຖີ້ມອາຊີບທີ່ແສນຮັກ ແລະອຸທິຕົນເພື່ອຊາດ ຍ່າງອອກຈາກຊີວິດຄູ ໃນວັນທີ່17 ເດືອນ6 ປີ2022 ງານອໍາລາພາຈາກກໍ່ຈັດເປັນກຽດໃຫ້ ພ້ອມກັບເງີນ 500.000ກີບ ຕົກເປັນປີນື່ງ 50 000ກີບ
ອຈ ເນັ່ງທ່າວ ເພຍຫລວງ ບໍ່ຢາກຈາກອາຊີບນີ້ໄປ ຄວາມຮັກ ຄວາມຜູກພັນ ອາຈານ ນັກຮຽນ ໂຮງຮຽນ ບໍ່ຢາກຮ້ອງໃຫ້ ແຕ່ນ້ໍາຕາມັນໄຫຼອອກມາ ( ເສົ້າເດ)
ຄົນລາວບໍ່ເຄີຍຖີ້ມກັນ ເຖີງແດດຈະຮ້ອນ ແລະອົບເອົ້າ ແຕ່ມັນບໍ່ສາມາດເຜົາໃໝ້ນ້ໍາໃຈ ຂອງຄົນລາວເຮົາໄດ້
![](http://kkklao.com/wp-content/uploads/2022/06/10-2.jpg)
Discussion about this post