ພັທ ບົວທອງ ບໍລິບານ ຫົວຫນ້າຫ້ອງຕຳຫລວດ ປກສ ແຂວງວຽງຈັນ ໃຫ້ຂໍ້ມູນ ໃນວັນທີ 10 ມີຖຸນາ ນີ້ວ່າ: ເຫດຄົນຮ້າຍລັກຍິງລົດປະຊາຊົນ ຢູ່ທາງດ່ວນວຽງຈັນ- ວັງວຽງ ທີ່ອຸໂມງພູພະ ໃນວັນທີ 5 ມິຖຸນາ ທີ່ຜ່ານມາ, ເຮັດໃຫ້ມີຜູ້ບາດເຈັບເລັກນ້ອຍ ແລະ ສາຫັດ, ຜູ້ກໍ່ເຫດມີທັງຫມົດ 7 ຄົນ ຍິງ 3 ຄົນ ເຈົ້າຫນ້າທີ່ສາມາດຈັບຕົວໄດ້ທັງຫມົດ.
![](http://kkklao.com/wp-content/uploads/2022/06/1-21-1024x768.jpg)
ຈາກຂໍ້ມູນເບື້ອງຕົ້ນ, ການປະຕິບັດກາຈັບຕົວຄົນຮ້າຍມີຂຶ້ນໃນວັນທີ 7 ມິຖຸນາ ທີ່ຜ່ານມາ, ພາຍຫລັງມີເຫດການເກີດຂຶ້ນຢູ່ທາງດ່ວນ ເຈົ້າຫນ້າທີ່ສາມາດຮູ້ເປົ້າຫມາຍ ແລະ ຕິດຕາມນັບແຕ່ມື້ເກີດເຫດຢ່າງໃກ້ຊີດ.
![](http://kkklao.com/wp-content/uploads/2022/06/4-7-768x1024.jpg)
ຜ່ານການຕິດຕາມມາຮອດມື້ວັນທີ 7 ມິຖຸນາ ເຈົ້າຫນ້າທີ່ໄດ້ພົບເຫັນລົດເປົ້າຫມາຍມຸ່ງຫນ້າໄປທາງທາງດ່ວນ ເຈົ້າຫນ້າທີ່ກໍໄດ້ຕິດຕາມ ແຕ່ເປົ້າຫມາຍຮູ້ຕົວ ຈິ່ງກັບລົດມາທາງວັງວຽງ ເຈົ້າຫນ້າທີ່ຈີ່ງຂີ່ລົດໄລ່ ແລະ ບຽດລົດຕົກຮ່ອງ ນຳໄປສູ່ຈັບຕົວທັງ 3 ຄົນໄດ້ ທັງພົບຢາບ້າ 21 ເມັດ.
![](http://kkklao.com/wp-content/uploads/2022/06/3-16-473x1024.jpg)
ນອກນີ້, ຍັງພົບເຫັນລົດກະບະມິຊູບີຊີ ທີ່ນຳໃຊ້ເຂົ້າໃນການກໍ່ເຫດ ຖືກປ່ຽນສີໃຫມ່ ແລະ ນຳໄປເຊື່ອງໄວ້ປ່າຢາງ.
![](https://kkklao.com/wp-content/uploads/2022/06/FB_IMG_1654944155771-768x1024.jpg)
ພາຍຫລັງໄດ້ຕົວໄດ້ 3 ຄົນ ຈາກນັ້ນ ຈິ່ງຂະຫຍາຍຜົນຈັບນວນ ໄດ້ເພີ່ມ 4 ຄົນ ໃນວັນດຽວກັນ, ສ່ວນລາຍລະອຽດເຈົ້າຫນ້າທີ່ຈະຖະແຫລງຂ່າວ
Discussion about this post