(ຫຼ້າສຸດ) ທະນາຄານກາງ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ
ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022.
ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000 ກີບ (ຫ້າພັນຕື້ກີບ) ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້ ອັດຕາດອກເບ້ຍ 20%ຕໍ່ປີ (ຊຳລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ) ເລີ່ມອອກຈຳໜ່າຍແຕ່ກາງເດືອນມິຖຸນາ 2022 ເປັນຕົ້ນໄປ
ເປັນພັນທະບັດຮູບແບບບໍ່ມີໃບພັນທະບັດເປັນເຈ້ຍ (Scripless) ແຕ່ມີການອອກໃບຢັ້ງຢືນການຖືຄອງພັນທະບັດໃຫ້ແກ່ເຈົ້າຂອງພັນທະບັດ ພັນທະບັດທີ່ຈະອອກຈຳໜ່າຍນີ້ສາມາດຖືຄອງໄດ້ໂດຍບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກເງິນ
ສຳລັບທະນາຄານທີ່ມີຄວາມສົນໃຈເປັນຕົວແທນໃນການຈໍາໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ໃນຄັ້ງນີ້ ສະເໜີມາຍັງກົມບໍລິການທະນາຄານ ພາຍໃນວັນທີ 10 ມິຖຸນາ 2022 ເພື່ອຈະພິຈາລະນາການເປັນຕົວແທນ ເຊິ່ງຕົວແທນຈໍາໜ່າຍຈະໄດ້ຮັບຄ່າທຳນຽມໃນການຈຳໜ່າຍພັນທະບັດ 0,047% ຂອງມູນຄ່າທີ່ສາມາດຈໍາໜ່າຍໄດ້.
ໜາຍເຫດ: ຖ້າແຈ້ງເປັນທາງການຈາກທະນາຄານກາງອີກເທື່ອໜື່ງ ແລ້ວ 10 story ຈະມາວິເຄາະວ່າ ຄວນຊື້ຫຼືບໍ່? ແລ້ວການອອກພັນທະບັດທະນາຄານກາງສົ່ງຜົນແນວໃດຕໍ່ຄ່າເງິນກີບ
Discussion about this post