ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນວັນທີ 27 ພຶດສະພາ 2022 ເພື່ອໂຄສະນາປຸກລະດົມ ສຶກສາອົບຮົມທາງດ້ານແນວຄິດການເມືອງ ແລະ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ເປັນເອກະພາບຕໍ່ກັບພະນັກງານ-ລັດຖະກອນ ກ່ຽວກັບການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃຫ້ເລິກເຊິ່ງ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານຫ່ງ ສປປ ລາວ ໄດ້ຂຶ້ນປາຖະ ກະຖາໃນຫົວຂໍ້: ການຄຸ້ມຄອງການເງິນ-ເງິນຕາ ແລະ ແລກປ່ຽນເງິນຕາຂອງທະນາຄານ ໂດຍໄດ້ຍົກໃຫ້ເຫັນເຖິງ ການຄຸ້ມຄອງການເງິນ-ເງິນຕາ ແລະ ແລກປ່ຽນເງິນຕາຂອງທະນາຄານ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແມ່ນການເຮັດແນວໃດໃຫ້ອັດຕາແລກປ່ຽນ ຫລື ຄ່າເງິນກີບມີຄວາມສະ ຫງົບ ແລະ ປະກອບສ່ວນຄຸ້ມຄອງອັດຕາເງິນເຟີ້ ບໍ່ໃຫ້ເພີ່ມຂຶ້ນສູງເກີນໄປ;
ເປັນຫຍັງຈຶ່ງຕ້ອງຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຍ້ອນວ່າ ສະຖຽນລະພາບເງິນຕາແຫ່ງຊາດ ມີຜົນຕໍ່ລາຄາສິນຄ້າ, ຄ່າຄອງຊີບທັງໝົດ, ຕົ້ນທຶນໃນການດໍາເນີນທຸລະກິດ, ຄວາມເຊື່ອໝັ້ນຕໍ່ການລົງທຶນຈາກຕ່າງປະເທດ, ຕໍ່ລາຍຮັບຂອງປະເທດ ແລະ ພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດ ແລະ ມີຜົນຕໍ່ການພັດທະນາເສດຖະກິດ-ສັງຄົມປະເທດ. ດັ່ງນັ້ນ ທະ ນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຖືເອົານະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດທີ່ມີການຄຸ້ມຄອງຂອງລັດເປັນເຄື່ອງມືຫລັກຂອງຕົນ ໃນຕະຫລອດໄລຍະ 2 ທົດສະວັດທີ່ຜ່ານມາ.
ພ້ອມນີ້, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາ ຫະກຳ(ອຄ) ແລະ ການຄ້າ ກໍໄດ້ເຜີຍແຜ່ກ່ຽວກັບສະພາບການຄຸ້ມຄອງ ການນໍາເຂົ້ານໍ້າມັນ ແລະ ສິນຄ້າອຸປະໂພກ-ບໍລິໂພກ ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດທີ່ມີທ່າອ່ຽງສູງໃນປັດຈຸບັນ, ເພື່ອເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະຫລາດພາຍໃນບໍ່ມີການເໜັງຕີງແຮງ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ ກໍຄື ກະ ຊວງອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫລາຍນິຕິກໍາ ແລະ ວາງມາດຕະການຕ່າງໆ ອອກມາເປັນແຕ່ລະໄລຍະ ເຊິ່ງມາດຕະການທີ່ສໍາຄັນຈໍານວນໜຶ່ງທີ່ນໍາໃຊ້ໃນປັດຈຸບັນ ມີຄື:
ຍຸດທະສາດກອງທຶນຄັງແຮເຂົ້າ ເຊິ່ງກອງທຶນດັ່ງກ່າວ ຈະນໍາໃຊ້ເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫລືຂາຍໃນລາຄາແຊກແຊງ ໃນເວລາທີ່ລາຄາເຂົ້າສານ ມີການເໜັງຕີງຂຶ້ນສູງເກີນເພດານທີ່ລັດກໍານົດໃຫ້; ຂະແໜງ ອຄ ໄດ້ມີການຕິດຕາມສະພາບການສະໜອງ ແລະ ລາຄາຕາມທ້ອງຕະຫລາດເປັນປະຈໍາແຕ່ລະວັນ ເພື່ອປ້ອງກັນການສວຍໂອກາດທຸກຮູບແບບ; ກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະ ສິນຄ້າໃນບັນຊີຄວບຄຸມ ຫລື ສິນຄ້າ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ໂດຍສະເພາະ ປະເພດສະບຽງອາຫານ ເຊັ່ນ:
ເຂົ້າກິນ, ຊີ້ນໝູ, ງົວ, ຄວາຍ, ໄຂ່, ໄກ່ປອກ, ເປັດປອກ, ປານິນ ແລະ ພືດຜັກຕ່າງໆ; ຍຸດທະສາດ ດັດສົມການສະໜອງ ແລະ ຄວາມຕ້ອງການ ຫລື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະ ເພື່ອປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ ແລະ ຍຸດທະສາດ ເຄື່ອງມືດ້ານນິຕິກໍາ ເປັນຕົ້ນ ນໍາໃຊ້ມາດຕະການ ພາຍໃຕ້ ດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ເປັນເຄື່ອງມືທາງດ້ານນິຕິກໍາທີ່ສໍາຄັນ ໃນການຄຸ້ມຄອງລາຄາສິນຄ້າ.
ໂອກາດນີ້, ນາງຈັນສຸກ ແສງພະຈັນ ໄດ້ຮຽກຮ້ອງເຖິງຜູ້ບໍລິໂພກ ຈົ່ງມີສະຕິໃນສະພາບການທີ່ມີຄວາມຫຍຸ້ງຍາກປັດຈຸບັນ, ຈົ່ງຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ ພ້ອມທັງຕິດຕາມສະພາບການຢ່າງໃກ້ຊິດ ແລະ ຊ່ວຍກັນໃນການປະຢັດມັດທະຍັດ, ໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໃນຍາມທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະ ແມການຊົມໃຊ້ນໍ້າມັນເຊື້ອໄຟ. ຖ້າຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ສາມາດໂທແຈ້ງ ສາຍດ່ວນ 1510.
ຂ່າວ: ກິດຕາ ຂປລ
Discussion about this post