ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ

ກຂຄ ລາວ by ກຂຄ ລາວ
ເດືອນພຶດສະພາ 27, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຜູ້ຂັບຂີ່ຖ່າຍຄຼິບວິດີໂອລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຍອມຮັບພ້ອມຂໍໂທດແລ້ວ

ທ້າວ ຄໍາມີໄຊ ອາຍຸ 42 ປີ ຢູ່ບ້ານກາງ ເມືອງພຽງ ແຂວງໄຊຍະບູລີ ທີ່ຖ່າຍວິດີໂອໂພດລົງສື່ສັງຄົມອອນລາຍ (ເຟສບຸກ) ໃນວັນທີ 12 ພຶດສະພາ 2022 ທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ລົງຈັບຄວາມໄວຢູ່ເສັ້ນທາງເລກທີ 13 ໃຕ້ ຢູ່ເຂດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ດ້ວຍການໃສ່ຮ້າຍປ້າຍສີເຈົ້າໜ້າທີ່ຕໍາຫຼວດວ່າລົງຕັ້ງດ່ານ ບໍ່ຖືກຕາມລະບຽບກົດໝາຍ ແລະ ຫວັງປັບໃໝເອົາເງິນປະຊາຊົນເທົ່ານັ້ນ; ຈຶ່ງເກີດກະແສໂດ່ງດັ່ງເຮັດໃຫ້ສັງຄົມໂຈມຕີເຈົ້າໜ້າທີ່ໄປຕ່າງໆນາໆ.

ຫຼ້າສຸດວັນທີ 27 ພຶດສະພາ 2022, ຜູ້ກ່ຽວໄດ້ອອກມາຍອມຮັບຜິດຕໍ່ການກະທຳດັ່ງກ່າວ ແລະ ຂໍໂທດເຈົ້າໜ້າທີ່ແລ້ວ ລະອຽດຕິດຕາມຈາກຄຼິບ

ຄລິບ:

ຈາກເຫດການທີ່ເກີດຂຶ້ນໃນເວລາປະມານ 15:00 ຂອງວັນທີ 12 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ (ກິໂລແມັດທີ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດທີ 346 ເມືອງໄຊບັ້ງໄຟ ແຂວງຄໍາມ່ວນ)

ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ຕາມແຜນການຂອງກົມຕໍາຫຼວດຈະລາຈອນ; ໃນນັ້ນ, ໄດ້ກວດກາລົດກະບະ ໝາຍເລກທະບຽນ ກກ 6084 ອຸດົມໄຊ ເຊິ່ງຂັບໂດຍນາງ ແສງທຽນ ແລະ ຜ່ານການກວດເອກະສານພົບວ່າຜູ້ຂັບຂີ່ບໍ່ມີໃບຂັບຂີ່, ລົດບໍ່ໄດ້ກວດກາເຕັກນິກ ແລະ ໜັງສືຢັ້ງຢືນເຕັກນິກລົດຂອງຜູ້ກ່ຽວແມ່ນໝົດກໍານົດແຕ່ປີ 2021 ເຈົ້າໜ້າທີ່ຈຶ່ງໄດ້ແນະນໍາໃຫ້ໄປຕໍ່ ແລະ ບໍ່ໄດ້ໃຊ້ມາດຕະການປັບໃໝໃດໆຕໍ່ບັນດາເອກະສານດັ່ງກ່າວ.

ແຕ່ຜ່ານການ ກວດກາຈັບຄວາມໄວ ເຫັນວ່າຜູ້ກ່ຽວຂັບຂີ່ລົດດ້ວຍຄວາມໄວທີ່ປ້າຍກໍານົດຄວາມໄວໃນເຂດການກໍ່ສ້າງກໍານົດ ຄືຫ້າມໃຊ້ຄວາມໄວເກີນ 30 ກິໂລແມັດຕໍ່ຊົ່ວໂມງ ແຕ່ຜູ້ຂັບຂີ່ລົດແມ່ນໄດ້ແລ່ນມາດ້ວຍຄວາມໄວສູງເຖິງ 80 ກິໂລແມັດຕໍ່ຊົ່ວໂມງ ເຈົ້າໜ້າທີ່ຈຶ່ງໄດ້ສັ່ງໃຫ້ຈອດ ພ້ອມທັງແນະນໍາກ່ຽວກັບການຈັດຕັ້ງປະຕິບັດໂດຍອີງໃສ່ດໍາລັດເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ເຊິ່ງຜ່ານການແນະນໍາຜູ້ກ່ຽວແມ່ນເຫັນດີຕໍ່ການໃຊ້ມາດຕະການປັບໃໝ ພ້ອມທັງຈ່າຍເງິນຄ່າປັບໃໝ ຈໍານວນ 150.000 ກີບ.

ຈາກນັ້ນ, ຜູ້ກ່ຽວໄດ້ກັບໄປລົດທີ່ຈອດໄວ້ຢູ່ແຄມທາງ ແລະ ຂະນະດຽວກັນ, ຜົວຜູ້ກ່ຽວທີ່ໂດຍສານມານໍາ ໄດ້ເກີດຄວາມບໍ່ພໍໃຈ ພ້ອມທັງນໍາໃຊ້ກ້ອງຖ່າຍຮູບມາຖ່າຍເປັນວີດີໂອ ແລ້ວອັບລົງເຟສບຸກສ່ວນຕົວໃນວັນທີ 14 ພຶດສະພາ 2022 ພ້ອມທັງ ມີການຕັ້ງຄໍາຖາມໃສ່ເຈົ້າໜ້າທີ່ວ່າ: ແມ່ນຕໍາຫຼວດແທ້ບໍ່ທີ່ໃສ່ເຄື່ອງແບບມາກວດກາຢູ່ນໍາທາງເຂດກໍ່ສ້າງ ແລະ ບໍ່ເຄີຍເຫັນໃນໄລຍະຜ່ານມາ; ເປັນຫຍັງຈຶ່ງມີການກວດກາຢູ່ໃນເຂດການກໍ່ສ້າງເສັ້ນທາງ ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ເກີດມີສຽງວິພາກ-ວິຈານ ແລະ ຕໍ່ວ່າເຈົ້າໜ້າທີ່ພວກເຮົາໄປຕ່າງໆນາໆຜ່ານທາງສືສັງຄົມອອນລາຍ ແລ້ວຍັງມີການແຊຄຮິບດັ່ງກ່າວໂດຍບໍ່ຄໍານຶງເຖິງລະບຽບການ. ເຈົ້າໜ້າທີ່ຂໍຢືນຢັນວ່າ ດ່ານກວດກາດັ່ງກ່າວແມ່ນການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນຢ່າງແທ້ຈິງ.

ທ່ານຍັງກ່າວອີກວ່າ: ການຕັ້ງດ່ານກວດກາການສັນຈອນນັ້ນ ກໍຢັ້ງຢືນແລ້ວວ່າ ຈະຊ່ວຍຫຼຸດຜ່ອນບັນຫາອຸບັດຕິເຫດໄດ້ ແຕ່ກົງກັນຂ້າມຖ້າຫາກບໍ່ມີເຈົ້າໜ້າທີ່ກວດກາ ກໍມັກຈະມີອຸບັດຕິເຫດ ເກີດຂຶ້ນເປັນປະຈຳ ດັ່ງຕົວເລກທີ່ເກີດອຸບັດຕິເຫດໃນເດືອນເມສາຜ່ານມາ ມີເຖິງ 693 ເລື່ອງ ໃນນີ້ມີ ຜູ້ເສຍຊີວິດເຖິງ 101 ຄົນ.

ຢ່າງໃດກໍຕາມ, ຮຽກຮ້ອງມາຍັງໃຊ້ລົດໃຊ້ຖະໜົນ ກໍຄືຜູ້ທີ່ນໍາໃຊ້ເສັ້ນທາງໃນໄລຍະເຂດການກໍ່ສ້າງດັ່ງກ່າວ ຈົ່ງມີສະຕິເຄົາລົບຕໍ່ບັນດາກົດລະບຽບ ແລະ ແຈ້ງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອຫຼີກລ້ຽງບັນຫາທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ຄືດັ່ງເຫດການທີ່ກ່າວມາຂ້າງເທິງ ແລະ ທີ່ສໍາຄັນຮຽກຮ້ອງມາຍັງຜູ້ເສບຂ່າວອອນລາຍຕ່າງໆ ຈົ່ງມີສະຕິສູງໃນການອ່ານ ແລະ ກົດໄລ-ກົດແຊຂ່າວ ຫຼື ຮູບພາບ-ຄຣິບວີດີໂອທີ່ອາດຈະບິດເບືອນຄວາມຈິງ-ໃສ່ຮ້າຍປ້າຍສີການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ເຊິ່ງສິ່ງດັ່ງກ່າວອາດນໍາໄປສູ່ການກະທໍາຜິດກໍອາດເປັນໄດ້.

ShareTweetShare
Next Post
ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

ຂ່າວດີ...! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...