ທັບນັກກິລາເປຕັງທີມຊາດລາວ ປະເພດທີມຊຸດປະສົມ ຍິງ 2 ຊາຍ 1 ນຳໄທກ່ອນແຕ່ຕົ້ນເກມ ສຸດທ້າຍບໍ່ສາມາດຮັກສາຟອມເກັ່ງ ຖືກ ໄທ ໄລ່ແຊງເອົາຊະນະ 13-8 ຄະແນນ ຍາດໄດ້ພຽງຫຼຽນເງິນ ແລະ ເປັນຫຼຽນເງິນທີ 2 ໃຫ້ທັບນັກກກິລາລາວ ງານມະຫະກຳກິລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເປັນເຈົ້າພາບ.

ການແຂ່ງຂັນກິລາເປຕັງປະເພດທີມຊຸດປະສົມ ຍິງ 2 ຊາຍ 1 ງານມະຫະກຳກິລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ນັດຊີງຊະນະເລີດ ຫຼື ຊີງຫຼຽນຄຳ ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດໄທ ໃນຄັ້ງນີ້ ຈັດຂຶ້ນ ເມື່ອວັນທີ 17 ພຶດສະພາ ຜ່ານມາ ທີ່ສະໜາມກິລາ Hanoi National sport training Center ໃນນະຄອນຫຼວງຮ່າໂນ້ຍ ຊຶ່ງລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມຊີງໄຊ 6 ຊາດ ແບ່ງອອກເປັນສອງສາຍ ຄື: ສາຍ A ແລະ ສາຍ B ໃນນີ້ສະເພາະສາຍ A ມີ ລາວ, ໄທ ແລະ ມາເລເຊຍ. ສ່ວນ ສາຍ B ມີ ມຽນມາ, ກຳປູເຈຍ ແລະ ເຈົ້າພາບ ຫວຽດນາມ ທັງສອງກຸ່ມໄດ້ຄັດເລືອກເອົາທີ່ດີທີ່ສຸດເປັນທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ.

ຜ່ານການແຂ່ງຂັນ ໃນຮອບຄັດເລືອກ ລາວ ສາມາດເອົາຊະນະ ໄທ ແລະ ມາເລເຊຍ ແຕ້ມຂາດຮອຍ ເປັນທີ 1 ຂອງສາຍ A ພົບກັບ ມຽນມາ ທີ 2 ຂອງສາຍ B ສ່ວນ ໄທທີ 2 ສາຍ A ພົບກັບ ທີ 1 ສາຍ B ຫວຽດນາມ ກ່ອນທີ່ທີມຊາດລາວ ແລະ ໄທ ໄດ້ໂຄຈອນມາລ້າງຕາກັນອີກຄັ້ງໜຶ່ງໃນຮອບຊີງຫຼຽນຄຳ ແລະ ເປັນ ທີມຊາດລາວ ໄດ້ຄະແນນອອກນຳຫ່າງໄປກ່ອນ 5-0 ແຕ້ມ ແຕ່ໃນລ່ອງຕໍ່ໄປ ໄທ ເຄື່ອງຈັກຮ້ອນ ຫຼິ້ນດີ ເຂົ້າບຸ້ນໄດ້, ຕີໄດ້ ແລະ ແກ້ເກມໄດ້ດີ
ສາມາດໄລ່ກົດດັນນັກກິລາລາວ ບໍ່ສາມາດຄວບຄຸມຟອມການຫຼິ້ນ ແລະ ພ້ອມກັນພາດງ່າຍ ສົ່ງຜົນໃຫ້ໄທໄລ່ເອົາຊະນະ 13-8 ຄະແນນ ຄວ້າຫຼຽນຄຳ ໄປຄອງ ສ່ວນລາວ ໄດ້ພຽງຫຼຽນເງິນ ແລະ ຫວຽດນາມ ແລະ ກຳປູເຈຍ ໄດ້ຫຼຽນທອງຮ່ວມ.

ການແຂ່ງຂັນກິລາເປຕັງ ຮ່າໂນ້ຍ ເກມ ມີການຊີງໄຊກັນທັງໝົດ 8 ລາຍການ ປະກອບມີ: ຊຸດຕິ້ງຍິງ-ຊາຍ, ທີມຄູ່ຍິງ-ຊາຍ, ທີມຄູ່ປະສົມ, ທີມປະສົມຍິງ 2 ຊາຍ 1, ທີມຊຸດຍິງ-ຊາຍ, ໃນນັ້ນມີພຽງ 6 ຊາດ ໃນຂົງເຂດອາຊຽນ ເຂົ້າຮ່ວມຊີງໄຊ ຄື:
ໄທ, ມາເລເຊຍ, ມຽນມາ, ກຳປູເຈຍ, ລາວ ແລະ ເຈົ້າພາບ ຫວຽດນາມ ຊຶ່ງດຳເນີນແຂ່ງຂັນລະຫວ່າງວັນທີ 13-19 ພຶດສະພາ 2022 ສຳລັບລາວ ສົ່ງນັກກິລາຮ່ວມຊີງໄຊຄົບ 8 ລາຍການ ສ່ວນຜົນງານ ລາວ ແຂ່ງຂັນໄປ 6 ລາຍການ ສາມາດຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ ຍັງເຫຼືອລຸ້ນຫຼຽນຄຳ ອີກ 2 ລາຍການ ກໍຄື ປະເພດທີມຊຸດຍິງ ແລະ ທີມຊຸດຊາຍ.
ໂດຍ: ສົງການ ພັນແພງດີ
ຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ
Discussion about this post