ຮຽນໄປເຮັດຫຍັງ…ບໍ່ຮຽນກາລວຍໄດ້ ຜູ້ນັ້ນ…ຜູ້ນີ້…ບໍ່ຮຽນໜັງສື ກາຍັງລວຍ ແມ່ນ…ບໍ່ຖຽງ ແຕ່ກາບໍ່ທຸກຄົນ ທີ່ບໍ່ຮຽນໜັງສື ແລ້ວລວຍ

ເອົາຈຳນວນຄົນທີ່ບໍ່ຮຽນໜັງສືແລ້ວລວຍ ມາທຽບກັບຄົນທີ່ຮຽນໜັງສືແລ້ວລວຍລອງເບິ່ງ ອັນໃດຫລາຍກວ່າ? ຮຽນຈົບສູງ ໄດ້ກຽດນິຍົມອັນດັບ1 ໄດ້ເງິນເດືອນເທົ່າຄົນບໍ່ຮຽນໜັງສືຈົບເລີຍ ຢ່າໂທດຄົນອື່ນ ລອງເບິ່ງໂຕເອງຄືນດີໆວ່າ ບໍ່ແມ່ນຮຽນເກັ່ງແຕ່ໃນຕຳລາໃນປຶ້ມໃນສໍໃນຄອມບໍ່? ໄດ້ຮຽນຮູ້ຊີວິດເກັ່ງແລ້ວບໍ່?
ຊີວິດຈິງບໍ່ແມ່ນວ່າ ມີສູດ ມີຫລັກການມາແກ້ບັນຫາຕາຍໂຕ ຖືກຕ້ອງແລ້ວໄດ້ຄະແນນ 100% ມັນຕ້ອງຖືກໃຈຄົນອື່ນພ້ອມ

ເກັ່ງແຕ່ວິຊາການ ແຕ່ບໍ່ເກັ່ງຄວາມເປັນມະຫາຊົນ ຢູ່ບໍ່ລອດ ແລະບໍ່ມີວັນໄດ້ເປັນໃຫຍ່ໃນໃຈຄົນ ສະນັ້ນ ຢາກບອກນ້ອງໆທຸກຄົນ ທີ່ມີໂອກາດຮຽນໜັງສື ແມ່ນໃຫ້ຮຽນໄປໂລດ ມີອີກຫລາຍຄົນທີ່ເຂົາຢາກຮຽນແລ້ວບໍ່ໄດ້ຮຽນ

ແຕ່ຢ່າເກັ່ງແຕ່ໃນປຶ້ມໃນຕຳລາ ຕ້ອງເກັ່ງການໃຊ້ຊີວິດພ້ອມ ມີໝູ່ໃຫ້ຫລາຍໆທຸກກຸ່ມຄົນ ທັງກຸ່ມນັກຮຽນເກັ່ງ ນັກຮຽນເລງ ກຸ່ມລູກຄຸນໜູ ກຸ່ມກະແດະ ແລະເປັນຂວັນໃຈຂອງໝູ່ໆໃຫ້ໄດ້ ເສັງກາໃຫ້ເຂົາກ່າຍໂລດ ວຽກບ້ານກາໃຫ້ເຂົາກ່າຍໂລດ ວຽກກຸ່ມກາຕັ້ງໂຕເອງເປັນຫົວໜ້າກຸ່ມນຳພາເລີຍ
ທັງໝົດ ທັງມວນມັນຈະກາຍເປັນເຄືອຂ່າຍເນັດເວີກຂອງເຮົາໃນອະນາຄົດ ເພາະເຮົາບໍ່ສາມາດເຮັດຫຍັງໃຫ້ສຳເລັດຄົນດຽວ ແລະບໍ່ສາມາດຢູ່ຄົນດຽວໃນສັງຄົມໄດ້
ມີກິດຈະກຳຫຍັງນອກຫ້ອງຮຽນກໍ່ເຮັດມັນໄປໂລດ ຈະໄດ້ຮູ້ຄົນຫລາຍຂຶ້ນ ຮຽນຮູ້ການເຮັດວຽກເປັນໝູ່ຄະນະ ເຝິກຝົນທັກສະການສື່ສານ ເຝິກຄວາມອົດທົນ

ຮຽນຮູ້ການຫາເງິນໄປແຕ່ນ້ອຍຍິ່ງດີ ຈະໄດ້ຮູ້ຄຸນຄ່າຂອງເງິນ ແລະບໍລິຫານເງິນເປັນ
ຖ້າໃຜມາເວົ້າໃສ່ອີກວ່າ ຮຽນໄປກາບໍ່ລວຍ ໃຫ້ຕອບໄປໂລດວ່າ ບໍ່ຮຽນກາບໍ່ໄດ້ກາລັນຕີວ່າຊິລວຍ

ເປັນຫຍັງຕ້ອງເລືອກ ໃນເມື່ອເຮົາມີທັງສອງຄົນພ້ອມກັນໄດ້ ເອີ້ຍ…ທັງສອງຢ່າງພ້ອມກັນໄດ້ ອິອິ
ນິກນາເປັນຜູ້ໜຶ່ງທີ່ຈົບມັດທະຍົມປາຍດ້ວຍຄະແນນອັນດັບ1 ແລະໄດ້ໃບປະກາດແດງ ໄດ້ທຶນໄປຮຽນຕໍ່ຢູ່ຍີ່ປຸ່ນ ຈົບວິຊາຊີບ ປະລິນຍາຕີ ປະລິນຍາໂທ ດ້ວຍກຽດນິຍົມອັນດັບ1ທັງໝົດ
ເຮັດວຽກກໍ່ເລີ່ມຕັ້ງແຕ່ພະນັກງານຜູ້ນ້ອຍກ໋ອກແກັກ ເງິນເດືອນຫລັກລ້ານ ຈົນເລື່ອນຂຶ້ນໄປເປັນຜູ້ອຳນວຍການ ເງິນເດືອນຫລາຍສິບລ້ານ ແລະກະສຽນໂຕເອງໃນໄວ33ປີ ມານອນຢູ່ບ້ານລ້າໆໃຫ້ເງິນເຮັດວຽກແທນ

ຢ່າເກັ່ງແຕ່ຮຽນ ຕ້ອງເກັ່ງຄົນ ເກັ່ງສັງຄົມ ແລະຖ້າຢາກລວຍຢາກມີເງິນ ຕ້ອງມີຄວາມຮູ້ເລື່ອງເງິນ

Why choose when I can have both (ສຳນຽງບຣີຕິສ)

.,..

ທີ່ມາ:

Discussion about this post