ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 27, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮີບໄປດ່ວນ! ສ.ເກົາຫຼີ ຕ້ອງການແຮງງານລາວ 1.000 ກວ່າຄົນເພື່ອກຽມໄປເຮັດວຽກໃນເດືອນມິຖຸນານີ້

ກຂຄ ລາວ by ກຂຄ ລາວ
ເດືອນພຶດສະພາ 17, 2022
in ຂ່າວພາຍໃນ, ທົ່ວໄປ
0
Home ຂ່າວພາຍໃນ

ຂ່າວດີ ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸ ບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ, ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້.
ໃນໄລຍະຜ່ານມາ,

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ຮ່ວມກັບເມືອງ Yeongdeok-Gun, Hoengseong-Gun ແລະ Changnyeong-Gun ແລະ ໃນໝໍ່ໆນີ້

ແມ່ນຈະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງອີກ ຊຶ່ງມີຄວາມຕ້ອງການຜູ້ອອກ ແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ພາຍໃນເດືອນມິຖຸນາ ຫຼາຍກ່ວາ 1.000 ຄົນ.

ສຳລັບຂັ້ນຕອນໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ ບໍລິສັດ ສະຫວັນບໍລິການຈັດຫາງານ ແລະ ບໍລິສັດ ໄອຈ໋ອບ ຈຳກັດ ເປັນຜູ້ຮັບຜິດຊອບຊອກຫາແແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ. ຊຶ່ງຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້.

ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.

ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງເປັນການຊ່ວຍຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ຊອກຜົນປະໂຫຍດ

ສອບຖາມຂໍ້ມູນເພີ່ມເຕີມນຳພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງ ຮສສ. ໂທ: 021 217738, 02099510013, 020 59994999

ShareTweetShare
Next Post
ຕາຢ້ານແທ້ບ້ານເມືອງດຽວນີ້ ຍິງສາວ ຖືກໂຈນຈີ້ປຸ້ນຊັບຄາເຮືອນ ຄົນຮ້າຍ 7ຄົນ(ມີຄລິບ)

ຕາຢ້ານແທ້ບ້ານເມືອງດຽວນີ້ ຍິງສາວ ຖືກໂຈນຈີ້ປຸ້ນຊັບຄາເຮືອນ ຄົນຮ້າຍ 7ຄົນ(ມີຄລິບ)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຊົ່າດິນຂອງລັດ ດໍາເນີນໂຄງການລາດຊະວົງ ພລາຊາ ໃຫ້ເອກະຊົນ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...