ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຫາ 7 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ຢຸ່ເຮືອນຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຫລົບຫນີ.

ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ແລະ ກໍເລາະກິນຫລາຍຮ້ານ,ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.

ພໍຮອດທ່ຽງຄືນ ຜູ້ຍິງ ຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ຫລັກລໍຢູ່ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ແລະ ກໍໄຂເອົາຊັບສິນທີ່ມີຄ່າຈຳນວນຫລາຍ,

ຈາກນັ້ນຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ. ສ່ວນຍິງສາວຄົນຖຶກຈີ້ ແມ່ນປອດໄພບໍ່ໄດ້ຖືກທຳຮ້າຍຢ່າງໃດ.

.

ຄລິບເຫດການ
ຜົນຄວາມເສຍຫາຍ

Discussion about this post