ໝາກຂີ້ຫູດ (Kaffir lime), ເປັນພືດຕະກຸນໝາກນາວ ເຊິ່ງສະໝຸນໄພພື້ນເມືອງ ເຊິ່ງຜົນປະໂຫຍດຂອງຂີ້ຫູດແມ່ນການບໍາລຸງເສັ້ນຜົມ, ບັນເທົາຫິວນໍ້າ, ມີສານຕ້ານອະນຸມູນອິດສະລະ, ສ້າງພູມຕ້ານທານຮ່າງກາຍ, ຊ່ວຍຈະເລີນອາຫານ, ຊ່ວຍຜ່ອນຄາຍ, ປ້ອງກັນມະເລັງ, ແກ້ປວດເມື່ອຍ, ຊ່ວຍດັບກິ່ນຄາວອາຫານ, ຫຼຸດຄວາມດັນເລືອດຕໍ່າ.
ຕົ້ນໝາກຂີ້ຫູດ ພາສາອັງກິດເອີ້ນວ່າ Kaffir lime, ຊື່ວິທະຍາສາດ Citrus hystrix DC, ແມ່ນພືດຕະກຸນດຽວກັນກັບໝາກນາວ. ໝາກຂີ້ຫູດເປັນພືດສະໝູນໄພພື້ນເມືອງ ທີ່ນິຍົມນໍາມາປຸງແຕ່ງອາຫານ ເພື່ອກິ່ນຫອມ.
ຂີ້ຫູດ ຖືເປັນວັດຖຸດິບທີ່ສໍາຄັນສໍາລັບການເຮັດອາຫານປະເພດແກງ. ນອກຈາກການເປັນສະໝຸນໄພທີ່ໃຊ້ໃນເຮືອນຄົວ ຍັງເປັນໄມ້ມົງຄຸນສັກສິດ ເຊື່ອກັນວ່າ ຈະເຮັດໃຫ້ຜູ້ຢູ່ອາໄສມີຄວາມສຸກ. ຄຸນລັກສະນະຂອງຕົ້ນຂີ້ຫູດ ຕົ້ນຂີ້ຫູດ ເປັນໄມ້ຢືນຕົ້ນຂະໜາດນ້ອຍ ເຊິ່ງເປັນໄມ້ເນື້ອແຂງ. ຕາມລຳຕົ້ນ ແລະ ກິ່ງງ່າ ຈະມີໜາມແຫຼມ. ໃບຂີ້ຫູດມີ ມີສີຂຽວເຂັ້ມ ເປັນຮູບຊົງໄຂ່ ແລະ ພື້ນຜິວຂອງໃບກ້ຽງ, ໜາ, ມີກິ່ນຫອມອອກມາ. ດອກຂອງຂີ້ຫູດອອກເປັນຈຸກ ມີ 3 – 5 ດອກ.

ກີບດອກເປັນສີຂາວ, ເກສອນສີເຫຼືອງ, ມີກິ່ນຫອມ. ໝາກຂີ້ຫູດເປັນສີຂຽວ ລັກສະນະຄືກັບໝາກນາວແຕ່ວ່າຜິວໜັງຫຍາບ. ໝາກສຸກຈະເປັນສີເຫຼືອງ.
ການຂະຫຍາຍພັນຕົ້ນຂີ້ຫູດ ສາມາດເຮັດໄດ້ໂດຍການຕອນກິ່ງ, ການທາບກິ່ງ ຫຼື ການກ້າແກ່ນ ແລະອື່ນໆ. ຄຸນປະໂຫຍດຂອງຂີ້ຫູດ ສາມາດນຳໃຊ້ປະໂຫຍດຈາກຂີ້ຫູດໄດ້ທຸກພາກສ່ວນຈາກຮາກ, ໃບ, ໝາກ ລາຍລະອຽດດັ່ງຕໍ່ໄປນີ້:
ຮາກ: ສາມາດນຳໃຊ້ເພື່ອຮັກສາຝີ, ແກ້ອາການກະຫາຍນໍ້າ.
ໃບ: ສາມາດສະກັດນໍ້າມັນຫອມລະເຫີຍ ມີສານຕ້ານອະນຸມູນອິດສະລະ ສ້າງພູມຕ້ານທານຮ່າງກາຍ ຊ່ວຍຈະເລີນອາຫານ, ຜ່ອນຄາຍ, ປ້ອງກັນມະເລັງ. ນໍ້ມັນຫອມລະເຫີຍໃຊ້ບັນເທົາອາການປວດເມື່ອຍ ຊ່ວຍຫຼຸດອາການປວດກ້າມເນື້ອ ໃຊ້ເພື່ອດັບກິ່ນຄວາມອາຫານ ແລະ ຄວາມດັນເລືອດ.

ໝາກ: ສາມາດນໍາມາແຕ່ງກິນ, ຮັກສາໂຣກເສັ້ນຜົມ ໂຣກຜິວໜັງ ໃຊ້ໃນການເຮັດຄວາມສະອາດ, ບຳລຸງເສັ້ນຜົມໃຫ້ເງົາງາມ ເຮັດໃຫ້ຜົມດໍາເງົາງາມ, ຊ່ວຍຜ່ອນຄາຍ, ບັນເທົາອາການໄອ, ຂັບຂີ້ກະເທີ່, ບຳລຸງເລືອດ, ຂັບລົມ, ຍັບຍັ້ງການຈະເລີນເຕີບໂຕຂອງຈຸລິນຊີບ. ນໍ້າໝາກຂີ້ຫູດ: ສາມາດຮັກສາໂຣກເລືອດອອກຕາມຟັນແຂ້ວ, ໃຊ້ບໍາລຸງເສັ້ນຜົມ, ລ້າງສິ່ງອຸດຕັນໃບຫນ້າ.
ເປືອກໝາກຂີ້ຫູດ: ສາມາດໃຊ້ເຮັດຢາຂັບລົມ, ບຳລຸງຫົວໃຈ, ຮັກສາອາການຂີ້ກະເທີ່ເປັນພິດ, ແກ້ທ້ອງອືດ.
Discussion about this post