ໃນຊ່ວງທ້າຍເດືອນຕຸລາທີ່ຜ່ານມາ ລັດ florida ໄດ້ເກີດເຫດການແປກໆຂຶ້ນ ເມື່ອສະຖາບັນວິໄຈປະມົງແລະສັດປ່າລັດ florida ໄດ້ອອກມາເປີດເຜີຍການຄົ້ນພົບ Dos ງູປະຫຼາດໂຕໜຶ່ງທີ່ມີສອງຫົວໃນຮ່າງອັນດຽວກັນ.

ງູໂຕນີ້ມີລາຍງານວ່າຖືກຄົ້ນພົບຄັ້ງທຳອິດໂດຍແມວລ້ຽງຂອງຄອບຄົວຂອງທ້າວ Kay Rogers ມັນໄດ້ຄາບງູໂຕນີ້ກັບມາເຮືອນ.

ເຊິ່ງງູ Dos ນັ້ນເປັນງູແບລ໊ກ ເຊົາເທິນ ເຣຊເຊີ (Coluber constrictor Priapus) ທີ່ມີຄວາມຜິດປົກກະຕິທີ່ຊື່ Bicephaly ອາການມັກເກີດຂຶ້ນລະຫວ່າງພັດທະນາການຂອງໂຕອ່ອນແຝດແທ້ໃນໄຂ່ ເຊິ່ງເຮັດໃຫ້ງູອອກມາມີສອງຫົວໃນໂຕດຽວ ທັງສອງຫົວນີ້ແນ່ນອນວ່າລ້ວນແຕ່ຈະມີຄວາມຄິດເປັນຂອງຕົວເອງ.

ເພື່ອໃຫ້ງູໂຕນີ້ມີໂອກາດລອດຊີວິດຫຼາຍທີ່ສຸດ ໃນປະຈຸບັນທ້າວ Kay ຈຶ່ງສົ່ງງູໄປໃຫ້ສະຖາບັນວິໄຈປະມົງແລະສັດປ່າລັດ florida ເບິ່ງແຍງດູແລ.
Discussion about this post