ຈາກການລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 29 ເມສາ ຫາ 1 ພຶດສະພາ ຈະມີ ລົມແຮງ, ຝົນຕົກໜັກ, ຟ້າເຫລື້ອມ, ຟ້າຮ້ອງ ແລະ ຟ້າຜ່າ

ດັ່ງນັ້ນ ຈື່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງ ລົມພາຍຸທ້ອງຖິ່ນທີ່ຈະເຮັດໃຫ້ ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫລັງຄາເຮືອນເປ່ເພ.

ຂໍ້ມູນຈາກ: ກົມອຸຕຸນິຍົມແລະອຸທົກກະສາດ
Discussion about this post