ຫຼັງຈາກທີ່ຊ່ວງຕົ້ນອາທິດນີ້ ອີລອນ ມັດ ມະຫາເສດຖີອັນດັບ 1 ຂອງໂລກ ໄດ້ປະກາດປິດຊື້ກິດຈະການ Twitter ມາຄອບຄອງໄດ້ສຳເລັດ
ເຮັດໃຫ້ລາວກາຍເປັນຜູ້ຖືຫຸ້ນລາຍໃຫຍ່ແລະເຈົ້າຂອງຫຼາຍໆບໍລິສັດໃນເວລາດຽວກັນ ເຊັ່ນ Tesla, SpaceX, Twitter, The Boring Company, Neuralink
ແຕ່ເບິ່ງຄືວ່າ ອີລອນ ມັດ ຢັງຄົງເບິ່ງຫາບໍລິສັດອື່ນໆ ເພື່ອເຂົ້າຊື້ແລະຄອບຄອງກິດຈະການອີກ..

ເມື່ອບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ອີລອນ ມັດ ຫາກໍ່ອອກມາປະກາດຜ່ານ Twitter ສ່ວນໂຕວ່າ ຕໍ່ໄປ ຈະເຂົ້າຊື້ກິດຈະການ Coca-Cola ຜູ້ຜະລິດນ້ຳອັດລົມທີ່ຮູ້ຈັກກັນໃນຊື່ ໂຄ້ກ ໂດຍຕ້ອງການນຳ “ໂຄເຄນ” ກັບມາເປັນສ່ວນປະສົມຊຶ່ງຫຼັງຈາກທີ່ອີລອນ ມັດ ທະວີດໄດ້ບໍ່ດົນ ກໍໄດ້ຮັບສຽງຕອບຮັບຢ່າງດີ
ມີຜູ້ໃຊ້ງານເຂົ້າມາຣລີທະວີດເກືອບ 2.8 ແສນເທື່ອ ແລະກົດໄລກວ່າ 1.1 ລ້ານເທື່ອ ແນວໃດກໍດີ ປະຈຸບັນໂຄເຄນ ນັບວ່າເປັນຢາເສບຕິດ ແລະຜິດກົດຫມາຍ ໃນສະຫະລັດຯ

ສຳລັບໂຄ້ກ ຖືກວາງຂາຍສູ່ສາທາລະນະເທື່ອທຳອິດໃນປີ 1880 ແຕ່ຮູ້ຫລືບໍ່ວ່າ ໂຄ້ກຖືກວາງຂາຍເປັນຢາ ໂດຍມີສ່ວນປະກອບຂອງໂຄເຄນ ທີ່ມີວິທີກິນຄືຕ້ອງເອົາໄປປະສົມກັບໂຊດາ ແລະຄົນໃນສະໄໝນັ້ນມີຄວາມເຊື່ອກັນວ່າ ກິນແລ້ວສຸຂະພາບດີຊຶ່ງຕໍ່ມາ ຜູ້ຄົນເລີ່ມເບິ່ງເຫັນຜົນເສຍຂອງໂຄເຄນ ທາງ Coca-Cola ຈຶ່ງຕັດໂຄເຄນທີ່ເປັນສ່ວນປະສົມຂອງໂຄ້ກອອກໄປ ແລະມີການປັບປຸງສູດ ກາຍມາເປັນນ້ຳອັດລົມສີດຳຢ່າງໂຄ້ກໃນທຸກມື້ນີ້
ສຳລັບ Coca-Cola ຫາກໍ່ປະກາດຜົນປະກອບການຫລັງໄຕມາດມາດທຳອິດ ປີ 2022 ພົບວ່າ ລາຍໄດ້ຢູ່ທີ່ 10,500 ລ້ານໂດລາ ເຕີບໂຕຂຶ້ນ 16% ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກ່ອນໜ້າປະຈຸບັນ Coca-Cola ນັ້ນມີມູນຄ່າກິດຈະການຢູ່ທີ່ 284,200 ລ້ານໂດລາ ຊຶ່ງມີມູນຄ່າຄິດເປັນ 6.5 ເທົ່າ ຂອງມູນຄ່າກິດຈະການ Twitter ທີ່ອີລອນ ມັດ ປະກາດຊື້ໄປ..
ແຫຼ່ງທີ່ມາ: ນັກທຸລະກິດ New CEO Laos
Discussion about this post