ອົງການ WWF ກຳປູເຈຍ ໄດ້ອອກມາບອກ
ຂ່າວດີໃນອາທິດແລ້ວນີ້ວ່າ ຂະນະທີ່ຄະນະຄົ້ນ
ຄ້ວາຊັບພະຍາກອນນ້ຳຈືດຂອງແມ່ນໍ້າຂອງ
ຈາກ WWF
![](https://kkklao.com/wp-content/uploads/2022/04/FB_IMG_1651073933208-1024x683.jpg)
ແລະກົມປະມົງກຳປູເຈຍ ທີມ
ວິໄຈໄດ້ພົບເຫັນລູກປາຂ່າ ເກີດ ໃໝ່ລອຍຢູ່ກັບ
ປາຂ່າ ທີ່ໃຫຍ່ເຕັມທີ່ອີກ 9 ໂຕ ເຊິ່ງລູກປ່າຂ່ານີ້
ອາຍຸໄດ້ 5 ມື້ເທົ່ານັ້ນ.
ນີ້ແມ່ນຂ່າວດີສຳລັບການອະນຸລັກປາຂ່າ ຫລື
ໂລມານ້ຳຈືດໃນແມ່ນ້ຳຂອງ ເພາະຖ້າຜູ້ໃດຈື່
ໄດ້ຂ່າວ ຊ່ວງເດືອນກຸມພາທີ່ຜ່ານມາໄດ້ ສປປ
ລາວ
![](https://kkklao.com/wp-content/uploads/2022/04/FB_IMG_1651073931465-1024x683.jpg)
ເຮົາຫາກໍ່ສູນເສຍປ່າຂ່າໂຕສຸດທ້າຍ ໃນ
ເຂດນ້ຳຂອງລາວ, ອົງການ WWF ສປປ ລາວ
ກ່າວວ່າ: ເປັນການສູນພັນລະດັບຊາດຂອງ
ປະຊາກອນປາໂລມານໍ້າຈືດ ໃນ ສປປ ລາວ.
ທີ່ມາ: WWF ກຳປູເຈຍ
Discussion about this post