ວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງິນແຂວງ, ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ ຕ່າງໜ້າກ່າວຮັບໂດຍແມ່ນທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບລົດຈັກຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮິບເປັນຂອງລັດ,ທີ່ມີການເປ່ເພ ເປັນໂຄງເຫຼັກເສດ ແລະ ອີງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ, ດັ່ງນັ້ນພະແນກການເງິນແຂວງອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ່ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ.

ເພື່ອໃຫ້ໂຮງຮຽນເຕັກນິກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໝູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສຶກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ,

ທັງນີ້ກໍເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ-ໄວໜຸ່ມ ພາຍໃນແຂວງອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ .
ຂ່າວ: ໄຊຈະເລີນ, ລາວພັດທະນາ
Discussion about this post